ກອງປະຊຸມລະຫວ່າງລັດຖະສະພາສະຫະພາບ ເອີຣົບ - ສປປ ລາວ ຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ແລະ ແຂວງ ຫຼວງພະບາງ
ໃນລະຫວ່າງວັນທີ 25 – 27 ພຶດສະພາ, ສະມາຊິກ ສາມ ທ່ານ ຈາກລັດຖະສະພາ ເອີຣົບ ດ້ານການພົວພັນກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (DASE) ໄດ້ມາຢ້ຽມຢາມ ສປປ ລາວ. ຄະນະຜູ້ແທນດັ່ງກ່າວ ນໍາພາໂດຍປະທານລັດຖະສະພາ ເອີຣົບ ດ້ານການພົວພັນກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້, ທ່ານ Wouter BEKE (ພັກປະຊາຊົນເອີຣົບ - ປະເທດ ແບນຊິກ).
ລັດຖະສະພາ ເອີຣົບ ເຊິ່ງມີຜູ້ຕາງໜ້າຈາກສະມາຊິກ DASE ເຂົ້າຮ່ວມ ແລະ ຜູ້ແທນຈາກສະພາແຫ່ງຊາດຂອງ ສປປ ລາວ ໄດ້ຈັດກອງປະຊຸມລັດຖະສະພາລະຫວ່າງປະເທດຄັ້ງທີ 7 ຂຶ້ນໃນວັນທີ 25 ພຶດສະພາ 2026. ກອງປະຊຸມລັດຖະສະພາລະຫວ່າງປະເທດຄັ້ງກ່ອນ ໄດ້ຈັດຂຶ້ນໃນເດືອນ ພະຈິກ 2017 ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈນ, ສປປ ລາວ.
ກອງປະຊຸມລະຫວ່າງລັດຖະສະພາຄັ້ງທີ 7 ໄດ້ຫາລືກ່ຽວກັບຫົວຂໍ້ສຳຄັນຕ່າງໆເຊັ່ນ: ສາຍພົວພັນສອງຝ່າຍລະຫວ່າງສະຫະພາບ ເອີຣົບ ແລະ ສປປ ລາວ, ສະຖຽນລະພາບໃນພາກພື້ນ, ການພັດທະນາທາງດ້ານພູມສາດການເມືອງ, ການເຊື່ອມໂຍງອາຊຽນ ແລະ ຍຸດທະສາດອິໂດ-ປາຊີຟິກ ຂອງສະຫະພາບ ເອີຣົບ. ກອງປະຊຸມດັ່ງກ່າວຍັງໄດ້ຫາລືກ່ຽວກັບການຄ້າ ແລະ ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ, ສິດທິມະນຸດ ແລະ ບັນຫາດ້ານຄວາມປອດໄພ ລວມເຖິງອາຊະຍາກຳທາງອິນເຕີເນັດ ແລະ ການຄ້າມະນຸດໃນບັນດາປະເທດໃນອາຊີຕາເວັນອອກສຽງໃຕ້.
EU in Laos
EU in Laos
EU in Laos
EU in Laos
EU in Laos