ການສືບຕໍ່ຮຸກຮານຂອງຣັດເຊຍຕໍ່ກັບປະເທດອູແກຣນ. On the ongoing Russia’s aggression against Ukraine

15.03.2022
Vientiane

[English below] ສະຫະພັນຣັດເຊຍ ໄດ້ເລີ່ມເຮັດສົງຄາມເຕັມຮູບແບບກັບປະເທດອູແກຣນ ເຊິ່ງເປັນການຮຸກຮານ, ບຸກລຸກອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດອູແກຣນ, ເປັນການລະເມີດຢ່າງຮ້າຍແຮງຕໍ່ກົດບັດສະຫະປະຊາຊາດ ແລະ ລະບຽບ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນ.

ທະຫານຣັດເຊຍໄດ້ບຸກໂຈມຕີປະເທດອູແກຣນຢ່າງເປີດເຜີຍ, ບຸກລຸກເຂົ້າໄປດິນແດນທີ່ມີອະທິປະໄຕຂອງປະເທດອູແກຣນດ້ວຍທະຫານ, ພາຫະນະຫຸ້ມເກາະ, ປືນໃຫຍ່, ເຮືອບິນ ແລະ ຈະຫຼວດ ເຊິ່ງໄດ້ເຮັດໃຫ້ພົນລະເຮືອນຈຳນວນຫລາຍເສຍຊີວິດ ແລະ ທໍາລາຍໂຄງລ່າງພື້ນຖານ. ດັ່ງນັ້ນ, ຄໍາສັບ “ການປະທະທາງດ້ານກໍາລັງອາວຸດ” ຕ້ອງໄດ້ນໍາໃຊ້ ເຊິ່ງປະເທດຣັດເຊຍເປັນຜູ້ຮຸກຮານ ແລະ ປະເທດອູແກຣນເປັນປະເທດທີ່ກໍາລັງຕໍ່ສູ້ປົກປ້ອງຕົນເອງ.

ການກະທໍາຂອງສະຫະພັນຣັດເຊຍ ຕົກຢູ່ໃນຄໍານິຍາມຂອງການຮຸກຮານ ອີງຕາມບົດບັນຍັດຂອງມະຕິສະພາໃຫຍ່ອົງການສະຫະປະຊາຊາດ ເລກທີ 3314 (XXIX) "ຄໍານິຍາມຂອງການຮຸກຮານ".

ເພື່ອຕອບໂຕ້ການກະທໍາຂອງປະເທດຣັດເຊຍ, ປະເທດອູແກຣນ ມີສິດປົກປ້ອງຕົນເອງ ອີງຕາມມາດຕາ 51 ຂອງກົດບັດສະຫະປະຊາຊາດ. ປະທານປະເທດອູແກຣນ ທ່ານ Volodymyr Zelensky ໄດ້ນໍາໃຊ້ກົດໄອຍະການເສິກ ເພື່ອປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດອູແກຣນ.

ທະຫານຣັດເຊຍ ສຶບຕໍ່ບຸກໂຈມຕີປະເທດອູແກຣນຢ່າງຕໍ່ເນື່ອງ ຈາກອານາເຂດຂອງປະເທດຣັດເຊຍ, ປະເທດເບລາລຸດ ແລະ ພາກສ່ວນຂອງເຂດແຄວ້ນຂອງອູແກຣນ ຖືກຢຶດຄອງຊົ່ວຄາວ ຄື Donetsk, Luhansk ແລະ Crimea. ສົງຄາມເຕັມຮູບແບບນີ້ທີ່ປະເທດຣັດເຊຍເລີ່ມຕົ້ນຕໍ່ກັບປະເທດອູແກຣນ, ບໍ່ແມ່ນ "ການຂັດແຍ່ງ ໃນປະເທດອູແກຣນ".

ອານາເຂດ ຂອງ ປະເທດເບລາລຸດ ໄດ້ສືບຕໍ່ຖືກນໍາໃຊ້ໂດຍປະເທດຣັດເຊຍ ເພື່ອຈຸດປະສົງທາງການທະຫານ. ເຖິງແມ່ນວ່າມີຂໍ້ໄດ້ປຽບດ້ານການທະຫານຢ່າງຈະແຈ້ງ, ປະເທດຣັດເຊຍຍັງບໍ່ສາມາດບັນລຸເປົ້າໝາຍສໍາຄັນຂອງພວກເຂົາ.

ປະເທດອູແກຣນ ບໍ່ໄດ້ຍອມແພ້ໃນສາມມື້ ຕາມທີ່ປະເທດຣັດເຊຍປະເມີນໄວ້. ເມືອງຫຼວງ Kyiv ເຊິ່ງແມ່ນສູນບັນຊາການດ້ານການເມືອງ ແລະ ທະຫານ ຍັງປອດໄພ.

ບໍ່ມີເມືອງໃຫຍ່ໃດ ຍົກເວັ້ນເມືອງ Kherson ທີ່ຖືກຢຶດໄປ. ປະເທດອູແກຣນສາມາດຕໍ່ຕ້ານ ແລະ ໂຈມຕີຄືນໄດ້.

ບໍ່ມີໃຜຕ້ອນຮັບປະເທດຣັດເຊຍຢູ່ປະເທດອູແກຣນ. ຢູ່ບັນດາຕົວເມືອງຖືກທະຫານຣັດເຊຍຢຶດໄປຊົ່ວຄາວນັ້ນ, ປະຊາຊົນກໍ່ໄດ້ສືບຕໍ່ປະທ້ວງຕໍ່ການກະທໍາດັ່ງກ່າວ. ຢູ່ເມືອງ Kherson, ຜູ້ຮຸກຮານຣັດເຊຍພະຍາຍາມແຕ່ງຕັ້ງ “ສະທາລະນະລັດປະຊາຊົນ” ອັນຈອມປອມອີກແຫ່ງ: ທັງປະຊາຊົນ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ປະຕິເສດການແຕ່ງຕັ້ງດັ່ງກ່າວ.

ສະຫະພັນຣັດເຊຍໄດ້ຍິງອາວຸດໃສ່ເປົ້າໝາຍພົນລະເຮືອນ: ເຂດທີ່ຢູ່ອາໄສ, ໂຮງຮຽນ, ໂຮງໝໍ, ໂຮງໝໍແມ່ ແລະ ເດັກ, ແລະ ແລວທາງມະນຸດສະທໍາ. ປະເທດຣັດເຊຍກໍາລັງກໍ່ອາຊະຍາກໍາຕໍ່ກັບມະນຸດຊາດ ແລະ ລະເມີດສົນທິສັນຍາເຊີແນວວ່າດ້ວຍການປົກປ້ອງຜູ້ຖືກເຄາະຮ້າຍສົງຄາມ.

ສະຖານະການດ້ານມະນຸດສະທໍາ ຢູ່ ປະເທດອູແກຣນ ນັບມື້ນັບໄດ້ຮັບຜົນກະທົບຢ່າງຮ້າຍແຮງ.

ຈໍານວນປະຊາຊົນອູແກຣນຜູ້ຮັກຄວາມສະຫງົບ ທີ່ເສຍຊີວິດດ້ວຍນໍ້າມືຂອງຜູ້ຮຸກຮານຣັດເຊຍ ສູງກວ່າຈໍານວນສະມາຊິກທະຫານໃນຂະແໜງປ້ອງກັນປະເທດທັງໝົດທີ່ເສຍຊີວິດໃນການຕໍ່ສູ້.

ຕັ້ງແຕ່ສົງຄາມເລີ່ມຕົ້ນ, ປະເທດຣັດເຊຍ ໄດ້ຍິງຈະຫຼວດ 328 ລູກໃສ່ເຂດທີ່ພັກອາໄສ. ເຂດທີ່ພັກອາໄສຢູ່ບັນດາເມືອງເຊັ່ນ ເມືອງ Kharkiv, Chernihiv, Sumy, Mariupol, Melitopol, ຊານເມືອງຂອງເມືອງ Kyiv ແລະ ເມືອງອື່ນໆ ໄດ້ຖືກຍິງໂຈມຕີຢ່າງໜັກໜ່ວງ ເຮັດໃຫ້ພົນລະເຮືອນຜູ້ບໍ່ມີຄວາມຜິດຕ້ອງເສຍຊີວິດ ແລະ ໄດ້ຮັບບາດເຈັບຢ່າງຫຼວງຫຼາຍ. ມີການຢັ້ງຢືນວ່າ ຈໍານວນພົນລະເຮືອນເສຍຊີວິດເຖິງ 1581 ຄົນ: 579 ຄົນເສຍຊີວິດ ແລະ 1002 ຄົນໄດ້ຮັບບາດເຈັບ (ຮອດທ່ຽງຄືນຂອງວັນທີ 11 ມີນາ). ມາຮອດປະຈຸບັນ, ມີເດັກນ້ອຍ 85 ຄົນເສຍຊີວິດຈາກຜູ້ຮຸກຮານຂອງຣັດເຊຍ, ອີກ 100 ຄົນໄດ້ຮັບບາດເຈັບ.

ໂຮງຮຽນອະນຸບານ ແລະ ໂຮງຮຽນຕ່າງໆ, ມະຫາວິທະຍາໄລ ແລະ ໂຮງໝໍ, ສະໜາມບິນ ແລະ ປໍ້ານໍ້າມັນ, ຂົວ ແລະ ອ່າງເກັບນໍ້າ ລ້ວນແຕ່ແມ່ນເປົ້າໝາຍຂອງການໂຈມຕີ. ສະຖານການສຶກສາ 369 ແຫ່ງ, ໂຮງໝໍ 111 ແຫ່ງ ແລະ ຕຶກທີ່ພັກອາໄສຫຼາຍກວ່າ 1500 ແຫ່ງ ໄດ້ຮັບຄວາມເສຍຫາຍ ຫຼື ຖືກທໍາລາຍ. ອາທິດທີ່ຜ່ານມາ, ລະເບີດຣັດເຊຍໄດ້ຕົກໃສ່ໂຮງໝໍ ແລະ ໂຮງໝໍແມ່ ແລະ ເດັກຢູ່ເມືອງ Mariupol.

ຫຼາຍຄົນໄດ້ເສຍເຮືອນຢຸ່ອາໄສ. ມີຫຼາຍກວ່າ 2.7 ລ້ານຄົນ ໄດ້ອອກຈາກປະເທດອູແກຣນຂ້າມຊາຍແດນໄປທາງຕາເວັນຕົກ ແລະ ຢ່າງຕໍ່າ ມີຊາວອູແກຣນ 1.85 ລ້ານຄົນ ກາຍເປັນຄົນພັດຖິ່ນພາຍໃນປະເທດ. ບັນດາເມືອງເຊັ່ນ Schastya ແລະ Stanytsia Luhanska ໃກ້ກັບເມືອງ Luhansk, ຫຼື Volnovakha ໃນແຄວ້ນ Donetsk ປະຈຸບັນໄດ້ຖືກທໍາລາຍເກືອບໝົດ.

ອີງຕາມການປະເມີນຂອງກະຊວງເສດຖະກິດຂອງປະເທດອູແກຣນ, ຜົນເສຍຫາຍຕໍ່ກັບເສດຖະກິດປະເທດອູແກຣນແມ່ນສູງເຖິງ 120 ຕື້ໂດລາສະຫະລັດ.

ໃນເດືອນມີນາ, ປະເທດອູແກຣນໄດ້ຮັບການຊ່ວຍເຫຼືອດ້ານມະນຸດສະທໍາ ຫຼາຍກວ່າ 40.000 ໂຕນ. ພວກເຮົາຂໍຂອບໃຈຄູ່ຮ່ວມມື ແລະ ຫວັງວ່າຈະມີການສືບຕໍ່ມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງສາກົນໃນການຊ່ວຍເຫຼືອດ້ານມະນຸດສະທໍາ ລວມທັງການສ້າງຕັ້ງເຂດປອດທະຫານເພື່ອມະນຸດສະທໍາ ທີ່ຖືກທະຫານຣັດເຊຍຂັດຂວາງ, ເພື່ອຮັບປະກັນການຈັດສົ່ງ

 

ການຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ແກ່ສະຖານທີ່້ທາງດ້ານການແພດ ແລະ ການສະໜອງອາຫານທີ່ຈໍາເປັນໃຫ້ແກ່ປະຊາຊົນພົນລະເຮືອນ.

ການຮຸກຮານດ້ານການທະຫານຂອງປະເທດຣັດເຊຍ ໄດ້ເປັນໄພຂົ່ມຂູ່ແກ່ຄົນຕ່າງຊາດໃນອູແກຣນຫຼາຍພັນຄົນ. ພວກເຮົາຮູ້ສຶກເສຍໃຈທີ່ວ່າພວກເຂົາໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໃນເວລາຢູ່ປະເທດຂອງພວກເຮົາ ແຕ່ປະຈຸບັນການຮຸກຮານຂອງຣັດເຊຍໄດ້ເຮັດໃຫ້ຊີວິດຂອງພວກເຂົາເຈົ້າຕົກຢູ່ໃນຄວາມສ່ຽງ.

ສົງຄາມທີ່ເລີ່ມຈາກປະເທດຣັດເຊຍ ຕໍ່ກັບປະເທດອູແກຣນ ບໍ່ພຽງແຕ່ແມ່ນໄພນາບຂູ່ທາງການທະຫານຕໍ່ກັບປະຊາຄົມສາກົນທີ່ຮ້າຍແຮງທີ່ສຸດ ແຕ່ຍັງແມ່ນສິ່ງທ້າທາຍຢ່າງຮຸນແຮງຕໍ່ກັບຄວາມປອດໄພທາງດ້ານສະບຽງອາຫານຂອງໂລກ. ການສົ່ງອອກຂອງປະເທດອູແກຣນປະກອບດ້ວຍ 10% ຂອງແປ້ງສາລີ, 16% ຂອງສາລີ ແລະ 55% ຂອງນໍ້າມັນດອກຕາເວັນ ໃນທົ່ວໂລກ. ຍ້ອນເກີດມີສົງຄາມ, ການສົ່ງອອກອາຫານຈາກປະເທດອູແກຣນ ປະຈຸບັນແມ່ນຖືກໂຈະ. ຂະນະທີ່ສົງຄາມກໍາລັງແຜ່ລາມ, ສະຖານະການນັບມື້ນັບຮ້າຍແຮງ. ການຜະລິດ ແລະ ສົ່ງອອກເມັດພືດທີ່ມີການຂາດດຸນເປັນຈໍານວນຫຼາຍ ຍິ່ງຈະເຮັດໃຫ້ລາຄາເມັດພືດໃນໂລກສູງຂຶ້ນ. 400 ລ້ານຄົນໃນຕາເວັນອອກກາງ, ອັບຟຼິກກາເໜືອ ແລະ ອາຊີ ຈະໄດ້ຮັບຄວາມສ່ຽງໃນການເຂົ້າເຖິງອາຫານ ທີ່ຈະເຮັດໃຫ້ເກີດການຂາດສານອາຫານ ແລະ ໄພອຶດຫິວ.

ການກະທໍາທີ່ຂາດຄວາມຮັບຜິດຊອບຂອງປະເທດຣັດເຊຍ ກໍ່ໃຫ້ເກີດໄພນາບຂູ່ດ້ານອາວຸດນິວເຄຼຍຢ່າງຮ້າຍແຮງ. ໃນວັນທີ 4 ມີນາ, ທົ່ວທະວີບເອີຣົບ ຕົກຢູ່ໃນຄວາມສ່ຽງຈາກຫາຍະນະຂອງອາວຸດນິວເຄຼຍ ເພາະທະຫານຣັດເຊຍໄດ້ຍິງອາວຸດໂຈມຕີໃສ່ໂຮງງານຜະລິດໄຟຟ້ານິວເຄຼຍ Zaporizhzhya ເຊິ່ງເປັນໂຮງງານຜະລິດໄຟຟ້ານິວເຄຼຍທີ່ໃຫຍ່ທີ່ສຸດໃນເອີຣົບ. ໂຮງງານຜະລິດໄຟຟ້ານິວເຄຼຍ Chornobyl ໄດ້ຖືກທະຫານຣັດເຊຍຢຶດໄປ. ອົງການພະລັງງານປະລະມະນູສາກົນ (International Atomic Energy Agency) ໄດ້ສູນເສຍການເຊື່ອມຕໍ່ກັບລະບົບກວດກາຕິດຕາມການຮັບປະກັນທັງໃນໂຮງງານໄຟຟ້ານິວເຄຼຍ Chornobyl ແລະ Zaporizhzhya. ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ນິວ​ເຄຼຍຂອງປະເທດຣັດ​ເຊຍ​ຍັງ​ຢູ່ສະຖານະການ​ແຈ້ງ​ເຕືອນ​. ໄພນາບຂູ່ຈາກສົງຄາມອາວຸດນິວເຄຼຍຍັງຄົງສືບຕໍ່.

ຍ້ອນບໍ່ສາມາດເຮັດໃຫ້ປະເທດອູແກຣນຍອມແພ້ ຫຼັງຈາກນໍາໃຊ້ວິທີທາງການທະຫານບຸກໂຈມຕີແບບສາຍຟ້າແມ້ບ ຫຼື “Blitzkrieg”, ປະເທດຣັດເຊຍກໍເລີ່ມຊອກຫາຂໍ້ອ້າງປອມ ເພື່ອ “ໃຫ້ເຫດຜົນ” ເຮັດສົງຄາມຮຸກຮານ.

ເຖິງປະເທດຣັດເຊຍຈະໃຊ້ຂໍ້ກ່າວຫາເທັດ, ປະເທດອູແກຣນກໍ່ບໍ່ມີເຈດຕະນາ ຫຼື ບາດກ້າວໃດໆ ແນໃສ່ການສ້າງອາວຸດນິວເຄຼຍ. ເຊິ່ງໄດ້ຮັບການຢັ້ງຢືນໂດຍເລຂາທິການຂອງອົງການພະລັງງານປະລະມະນູສາກົນ (International Atomic Energy Agency) ໃນວັນທີ 4 ມີນາ.

ເຈົ້າຫນ້າທີ່ຣັດເຊຍຫຼາຍຄົນກ່າວຫາແບບບໍ່ມີມູນຄວາມຈິງຕໍ່ ປະເທດອູແກຣນ ກ່ຽວກັບການຄອບຄອງອາວຸດຊີວະພາບ ຫຼື ອາວຸດເຄມີິ. ສິ່ງນີ້ຖືກປະຕິເສດໂດຍ ຫ້ອງການຜູ້ຕາງໜ້າຂັ້ນ​ສູງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ການ​ປົດ​ອາວຸດ (UN High Representative for Disarmament Affairs) ແລະ ປະເທດສະມາຊິກຂອງ UN SC ໃນວັນທີ 11 ມີນາ.

ການຂວໍ້າບາດທີ່ບໍ່ເຄີຍມີມາກ່ອນ ມີຄວາມສໍາຄັນທີ່ສຸດ ເພື່ອສ້າງຄວາມໂດດດ່ຽວໃຫ້ກັບເສດຖະກິດປະເທດຣັດເຊຍ ແລະ ທໍາລາຍຄວາມສາມາດທາງເສດຖະກິດ ກໍຄື ທາງການເງິນ ບໍ່ໃຫ້ສາມາດສືບຕໍ່ການຮຸກຮານ. ຄວາມໂຫດຮ້າຍປ່າເຖື່ອນ ທີ່ປະເທດຣັດເຊຍເປັນຜູ້ກະທໍາຢູ່ປະເທດອູແກຣນ ຢັ້ງຢືນວ່າການຂວໍ້າບາດຕ້ອງສືບຕໍ່ ແລະ ຜັນຂະຫຍາຍ.

ສະກູນເງິນຂອງຣັດເຊຍໄດ້ອ່ອນຄ່າລົງຢ່າງຫຼວງຫຼາຍ ມາຮອດປະຈຸບັນແມ່ນເກືອບສອງເທົ່າແລ້ວ. ຫຼາຍໆບໍລິສັດຂອງຣັດເຊຍ ໄດ້ຫຼົ້ມລະລາຍ, ການເຮັດທຸລະກິດຢູ່ຣັດເຊຍກໍ່ເລີ່ມບໍ່ປອດໄພ ແລະ ບໍລິດສັດຕ່າງປະເທດຫຼາຍແຫ່ງ ກໍໍ່ໄດ້ຖອນທຸລະກິດອອກຈາກ ປະເທດຣັດເຊຍໄປແລ້ວ ແລະ ການປະຕິບັດແບບນີ້ກໍ່ຍັງສືບຕໍ່. ລະດັບຄວາມໜ້າເຊື່ອຖືຂອງ ປະເທດຣັດເຊຍ ໄດ້ຫຼຸດລົງ ເຊິ່ງຈະນຳໄປສູ່ ຄວາມຫຼົ້ມເຫຼວໃນການຊໍາລະໜີ້ສາທາລະນະ. ເສດຖະກິດຂອງຣັດເຊຍ ຈະປະເຊີນກັບພາວະຖົດຖອຍຢ່າງຮຸນແຮງ (ອີງຕາມການຄາດຄະເນຈາກຫຼາຍບ່ອນ ຄາດວ່າຈະຫຼຸດລົງເຖິງ 7-9% ໃນປີ 2022).

 

ພວກເຮົາຂໍຮຽກຮ້ອງໃຫ້ ບັນດາລັດຖະບານຕ່າງປະເທດທັງໝົດ ຈົ່ງພ້ອມກັນຮຽກຮ້ອງເຖິງປະທານາທິບໍດີຣັດເຊຍ ໃຫ້ຢຸດການເຮັດສົງຄາມ ໃນອູແກຣນ ທັນທີ.

 

ການຢູດສົງຄາມທີ່ເລີ່ມໂດຍ ຣັດເຊຍ ຍັງຄົງເປັນບູລິມະສິດສຳຄັນຂອງ ອູແກຣນ. ພວກເຮົາຕ້ອງການ ການຢຸດຍິງ ແລະ ແລວທາງມະນູດສະທໍາ ຢ່າງຮີບດ່ວນໃຫ້ພົນລະເຮືອນ ເພື່ອປ້ອງກັນບໍ່ໃຫ້ເກີດການລົ້ມຕາຍເພີ່ມອີກ.

 

ການເຈລະຈາລະຫວ່າງ ຢູເຄຣນ ແລະ ຣັດເຊຍ ເກີດຂຶ້ນສາມຮອບໃນວັນທີ 28 ກຸມພາ, ວັນທີ 3 ແລະ ວັນທີ 7 ມີນາ, ໃນນັັ້ນໄດ້ມີການສ້າງຕັ້ງຄະນະຮັບຜິດຊອບ ແລະ ການເຈລະຈາ ແມ່ນໃຊ້ລະບົບການປະຊຸມທາງໄກ. ພວກເຮົາຮູ້ສຶກເສຍໃຈ ທີ່ທາງຣັດເຊຍສະແດງຈຸດຢືນທີ່ບໍ່ສ້າງສັນ ຕໍ່ກັບຂໍ້ສະເໜີຂອງອູແກຣນ ກ່ຽວກັບການຢຸດຍິງ ແລະ ແລວທາງມະນູດສະທໍາ ໃນລະຫວ່າງການປະຊຸມຂອງ ລັດຖະມົນຕີ Kuleba ແລະ ລັດຖະມົນຕີ Lavrov ທີ່ປະເທດ ຕວັກກີ ໃນວັນທີ 10 ມີນາ ທີ່ຜ່ານມານີ້. ການເຈລະຈາໃນຄັ້ງຕໍ່ໄປແມ່ນ ຈະມີຂຶ້ນໃນວັນທີ 14  ມີນາ.  ອູແກຣນ ຈະບໍ່ຍອມຮັບຄໍາຂາດໃດໆ ໂດຍສະເພາະກ່ຽວກັບ ຜືນແຜ່ນດິນອັນຄົບຖ້ວນ.

ສົງຄາມທີ່ລິເລີ່ມໂດຍ ຣັດເຊຍ ຈຳເປັນຕ້ອງຢຸດ, ເຊິ່ງ ອູແກຣນບໍ່ໄດ້ເປັນຜູ້ທີ່ເລີ່ມສົງຄາມນີ້ຂື້ນມາ, ແຕ່ພວກເຮົາຕ້ອງໄດ້ຢຸດຕິມັນ.

 

***

 

Press-release

on the ongoing Russia’s aggression against Ukraine

15 March 2022

24 February 2022, the Russian Federation launched a full-scale war against Ukraine, committing an act of aggression, an attack on the sovereignty and territorial integrity of Ukraine, a grave violation of the UN Charter and fundamental norms and principles of international law.

The Russian troops have openly attacked Ukraine, invading Ukraine’s sovereign territory with regular troops, armored vehicles, artillery, aviation, and missiles, killing civilians and ruining infrastructure. Thus, the term “armed conflict” must be applied, in which Russia is the aggressor state and Ukraine is the one defending itself.

The actions of the Russian Federation fall under the definition of aggression in accordance with the provisions of the UN General Assembly resolution 3314 (XXIX) "Definition of aggression".

In response to Russia's actions, Ukraine is entitled to its right of self-defense in accordance with Article 51 of the UN Charter. President of Ukraine Volodymyr Zelensky has imposed martial law to protect Ukraine's sovereignty and territorial integrity.

The Russian troops continue simultaneously attacking Ukraine from the territory of Russia, Belarus and the temporarily occupied parts of Ukraine’s Donetsk, Luhansk regions and Crimea. This is full-scale war, launched by Russia against Ukraine, not a "conflict in Ukraine".

The territory of Belarus is actively used by Russia for its military purposes. Despite significant military advantage, Russia failed to reach its key goals.

Ukraine did not surrender in three days, as Kremlin was expecting. Kyiv as a political and military command centre remains intact.

No big cities with the only exception of Kherson were taken. Ukraine managed to establish defense and counter-attack.

No one greets Russia in Ukraine. In the towns temporarily under control of Russian troops, Ukrainian population is actively protesting against them. In the city of Kherson, Russian occupiers attempt to establish another fake “people’s republic”: both local residents and local authorities rejected this stage show.

The Russian Federation is shelling civilian targets: residential areas, schools, hospitals, maternity hospitals, and humanitarian corridors. Russia is thus committing crimes against humanity and violating the Geneva Conventions for the Protection of War Victims.

Humanitarian situation in Ukraine is rapidly deteriorating.

The number of peaceful Ukrainian citizens who died at the hands of Russian occupiers is higher than the number of our military members of all defense sectors who were killed in battle.

Since the start of war, Russia sent 328 missiles to the residential areas. The residential areas of such cities as Kharkiv, Chernihiv, Sumy, Mariupol, Melitopol, outskirts of Kyiv and many others, are intensively shelled, leaving daily dozens of innocent civilians killed and wounded. There are recorded 1581 confirmed civilian casualties in Ukraine: 579 killed and 1002 injured (as of midnight 11 March). 85 children were killed by Russian invaders so far, 100 wounded.

Kindergartens and schools, universities and hospitals, airports and fuel stations, bridges and water reservoirs are targeted. 369 educational institutions, 111 hospitals and more than 1500 residential buildings were damaged or destroyed. Last week Russian bombs fell on a hospital and maternity hospital in Mariupol.

Many people have lost their homes. More than 2.7 million persons left Ukraine across the Western border and at least 1.85 million Ukrainians became Internally displaced persons. Such towns as Schastya and Stanytsia Luhanska near Luhansk, or Volnovakha in the Donetsk region, are now nearly destroyed.

According to the estimates of Ministry of Economy of Ukraine, damage to Ukraine's economy has already reached 120 billion US dollars.

In March, Ukraine received more than 40.000 tons of humanitarian aid. We are grateful to our partners and expect a more active involvement of international organizations in humanitarian aid, including establishment of humanitarian corridors blocked by the Russian troops, ensuring delivery of humanitarian relief to the medical facilities, and provision of critical food supply to the civilian population.

Russian military aggression threatens thousands of foreigners in Ukraine. We regret that while they had been warmly welcomed in our country, nowadays Russian invasion put their lives at high risk.

War launched by Russia against Ukraine is not only the gravest military threat to international community, but a severe challenge to global food security. Ukraine’s exports comprise 10% of all wheat, 16% of all corn and 55% of all sunflower oil in the world. Due to the war, food exports from Ukraine are currently suspended. As war is unfolding, the situation will further deteriorate. A large deficit of grain production and exports will cause a significant increase in world grain prices. 400 million lives in the Middle East, North Africa and Asia are at risk of unstable access to food, malnutrition and famine.

Russia's irresponsible actions pose the gravest nuclear threats. On 4 March, the entire Europe was put on the brink of nuclear disaster, when the Russian troops began shelling the largest in Europe Zaporizhzhya Nuclear Power Plant. The Chornobyl Nuclear Power Plant was seized by the Russian troops. The International Atomic Energy Agency has lost connection with the monitoring systems of guarantees both in Chornobyl and Zaporizhzhya. Russia's nuclear-deterrence forces remain on alert. Threats by nuclear war continue.

Having failed to make Ukraine surrender after a “Blitzkrieg”, Russia started searching for fake pretexts to “justify” its war of aggression.

Despite Russia's false allegations, Ukraine has neither intention, nor steps taken aimed at creation of nuclear weapon. This was confirmed by International Atomic Energy Agency Director General on 4 March.

Various Russian officials falsely accuse Ukraine of non-existent biological or chemical weapons. This was dismantled by the UN High Representative for Disarmament Affairs as well as UN Member States at the UN SC briefing on 11 March.

The unprecedented sanctions are of particular importance, isolating Russia's economy and severely undermining its economic and financial capacities to continue aggression. Atrocities, which continue to be committed by Russia in Ukraine, confirm that sanctions must be further strengthened and expanded.

Russian currency has drastically depreciated, almost twice as of now. Russian companies go bankrupt. Doing business with Russia becomes increasingly toxic, and many international corporations have already left Russia. This process continues.  Russia's sovereign ratings are downgraded, leading to default on public debt. Russia’s economy will face deep recession (decline 7 – 9% in 2022 is expected according to the different forecasts).

We call on all foreign governments to demand from the Russian President that he immediately stops his war in Ukraine.

Ending the war, launched by Russia, remains Ukraine's key priority. We urgently need ceasefire and humanitarian corridors for civilians to prevent further casualties.

Three rounds of Ukrainian-Russian negotiations were held on 28 February, 3 and 7 March. The working groups were established, talks are held by video link. We regret that the Russian side took unconstructive stance on Ukrainian proposals on cease-fire and humanitarian corridors during the meeting of Minister Kuleba with Minister Lavrov in Turkey on 10 March. The next round is planned for 14 March. No ultimatums will be accepted by Ukraine, in particular on the territorial integrity.

The war launched by Russian leadership, must be stopped. It was not Ukraine who started it, but we must stop it.

***