ຄວາມຍຸຕິທໍາດ້ວຍກຽດສັກສີ: ການສະທ້ອນໃຫ້ເຫັນເຖິງ 30 ປີ ແຫ່ງການປາສະຈາກການປະຫານຊີວິດ ຢູ່ໃນ ສປປ ລາວ
ໃນວັນທີ 10 ຕຸລາ ຂອງທຸກໆປີ, ປະຊາຄົມໂລກໄດ້ກໍານົດເອົາວັນດັ່ງກ່າວເປັນວັນຕ້ານການລົງໂທດປະຫານຊີວິດສາກົນ. ນັບເປັນຊ່ວງເວລາແຫ່ງການສະທ້ອນເຖິງຄວາມໝາຍຂອງຄວາມຍຸຕິທໍາ, ຄຸນຄ່າກຽດສັກສີຂອງມະນຸດ ແລະ ວິທີການທີ່ສັງຄົມທົ່ວໂລກກໍາລັງພັດທະນາແນວທາງຂອງຕົນໃນການລົງໂທດ ແລະ ສ້າງຄວາມປອງດອງກັນ.
ຢູ່ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບໍ່ມີການປະຫານຊີວິດເກີດຂຶ້ນມາເປັນເວລາຫຼາຍກວ່າສາມທົດສະວັດ. ຄວາມຈິງທີ່ງຽບສະຫງົບແຕ່ມີຄວາມໝາຍນີ້ ສະທ້ອນເຖິງຄວາມມຸ່ງໝັ້ນໃນການຢັບຢັ້ງຊັ່ງໃຈ ແລະ ການເຄົາລົບຕໍ່ຊີວິດ. ເຖິງວ່າໂທດປະຫານຊີວິດຍັງຄົງມີຢູ່ໃນກົດໝາຍ, ການເລືອກທີ່ຈະບໍ່ນໍາໃຊ້ໃນທາງປະຕິບັດມາເປັນເວລາຫຼາຍກວ່າ 30 ປີ ສະທ້ອນໃຫ້ເຫັນເຖິງແນວທາງທີ່ສອດຄ່ອງກັບທ່າອ່ຽງຂອງໂລກ ທີ່ ເນັ້ນໄປສູ່ຮູບແບບຄວາມຍຸຕິທໍາ ທີ່ມີມະນຸດສະທໍາຫຼາຍຂຶ້ນ.
ເມື່ອຮັບຮູ້ວ່າ ຄວາມຍຸຕິທໍາບໍ່ພຽງແຕ່ກ່ຽວກັບການລົງໂທດ ແຕ່ຍັງກ່ຽວກັບຄວາມເຫັນອົກເຫັນໃຈ, ການໃຫ້ອະໄພ ແລະ ກຽດສັກສີຂອງຊີວິດ, ບັນດາປະເທດຕ່າງໆໃນທົ່ວໂລກຈຶ່ງເລີ່ມຕັ້ງຄໍາຖາມຫຼາຍຂຶ້ນເຖິງ ຄວາມຍຸຕິທໍາປະເພດໃດທີ່ເໝາະສົມກັບປະຊາຊົນຂອງຕົນຫຼາຍທີ່ສຸດ. ຫຼາຍປະເທດເລືອກທີ່ຈະຍົກເລີກໂທດປະຫານຊີວິດເຊັ່ນ: ປະເທດ ມົງໂກລີ ໃນປີ 2017 ຫຼື ລ່າສຸດປະເທດ ຊິມບໍາເວ ໃນປີ 2024. ບັນດາປະເທດອື່ນໆ ກໍຍັງໄດ້ຫຼຸດຈໍານວນອາຊະຍາກໍາທີ່ມີໂທດປະຫານຊີວິດ ເຊັ່ນ: ປະເທດ ມາເລເຊຍ ໃນປີ 2023 ແລະ ປະເທດ ຫວຽດນາມ ໃນປີ 2025. ປະເທດ ລາວ ໄດ້ໂຈະ ແນວທາງປະຕິບັດນີ້ ໂດຍຫັນໄປໃຊ້ການລົງໂທດໃນຮູບແບບອື່ນແທນ. ສິ່ງທີ່ເຊື່ອມໂຍງເສັ້ນທາງທີ່ແຕກຕ່າງກັນເຫຼົ່ານີ້ເຂົ້າກັນແມ່ນ ການສະແຫວງຫາຄວາມຍຸຕິທໍາຮ່ວມກັນ ເຊິ່ງສ້າງຄວາມສົມດຸນ ລະຫວ່າງຄວາມຮັບຜິດຊອບ, ຄວາມເປັນທໍາ ແລະ ມະນຸດສະທໍາ.
ປະສົບການຂອງສະຫະພາບ ເອີຣົບ ເອງໄດ້ສະແດງໃຫ້ເຫັນວ່າ ການຍົກເລີກໃຊ້ໂທດປະຫານຊີວິດ ຊ່ວຍເສີມສ້າງຄວາມໄວ້ວາງໃຈຂອງສາທາລະນະໃນລະບົບຍຸຕິທໍາ, ຫຼຸດຜ່ອນຄວາມສ່ຽງຂອງຄວາມຜິດພາດທີ່ບໍ່ສາມາດແກ້ໄຂໄດ້ ແລະ ຢືນຢັນຄວາມເຊື່ອໝັ້ນຂອງສັງຄົມ ຕໍ່ກຽດສັກສີຂອງ ມະນຸດ.
ໃນຂະນະທີ່ທົ່ວໂລກໄດ້ໃຫ້ຄວາມສໍາຄັນໃນວັນນີ້, ສະຫະພາບ ເອີຣົບ ຍິນດີທີ່ ສປປ ລາວ ສືບຕໍ່ໂຈະ ການລົງໂທດປະຫານຊີວິດມາເປັນເວລາຍາວນານ ເຊິ່ງຖືເປັນຜົນສໍາເລັດທີ່ງຽບ ແຕ່ມີຄວາມໝາຍສໍາຄັນຢ່າງແທ້ຈິງ. ມັນໄດ້ສະແດງໃຫ້ເຫັນວ່າ ຄວາມຍຸຕິທໍາສາມາດເກີດຂຶ້ນໄດ້ ໂດຍປາສະຈາກການລົງໂທດຂັ້ນສູງສຸດ ແລະ ການລົງໂທດທີ່ບໍ່ອາດຍ້ອນກັບຄືນໄດ້. ຕົວຢ່າງຂອງ ສປປ ລາວ ຕະຫຼອດໄລຍະສາມທົດສະວັດທີ່ຜ່ານມາ ບໍ່ພຽງແຕ່ເປັນຜົນສໍາເລັດທີ່ຕ້ອງຍອມຮັບເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນທີ່ສ້າງສັນ ແລະ ເປັນແຮງຜັກດັນໃຫ້ກັບການສົນທະນາໃນເວທີສາກົນ ກ່ຽວກັບອະນາຄົດຂອງຄວາມຍຸຕິທໍາ ແລະ ຄວາມຮັບຜິດຊອບ ລວມເຖິງຄວາມຕ້ອງການທີ່ກ່ຽວຂ້ອງໃນ ສປປ ລາວ ອີກດ້ວຍ.
ຮ່ວມລົງນາມໂດຍ: ສະຫະພາບ ເອີຣົບ ປະຈໍາ ສປປ ລາວ ແລະ ສະຖານທູດ ຝຣັ່ງ, ເຢຍລະມັນ, ລຸກຊໍາບວກ, ຮົງກາລີ ແລະ ຫ້ອງການການຮ່ວມມືສະວິດ.