ງານຮຽນຕໍ່ຢູ່ເອີຣົບໄດ້ເລີ່ມຂຶ້ນ ທີ່ນະຄອນວຽງຈັນ, ຈຸດປະກາຍແຮງບັນດານໃຈໃຫ້ນັກສຶກສາໄປຮຽນຕ່າງປະເທດ

ງານ #ຮຽນຕໍ່ຢູ່ເອີຣົບ ໄດ້ໄຂຂຶ້ນໃນວັນເສົາ, ວັນທີ 22 ພະຈິກ 2025 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ໜ້າສົນໃຈ ໂດຍການເຂົ້າຮ່ວມຂອງບັນດານັກສຶກສາ, ຄູອາຈານ, ນັກຄົ້ນຄວ້າ ແລະ ຜູ້ເຂົ້າຮ່ວມງານອື່ນໆ ຫຼາຍກວ່າ 500 ຄົນ ທີ່ໄດ້ເຂົ້າມາສອບຖາມ ແລະ ຊອກໂອກາດໃນການໄປຮຽນຕໍ່ ຜ່ານທຶນການສຶກສາຢູ່ເອີຣົບ. ງານໃນປີນີ້ ໄດ້ຈັດຂຶ້ນການຮ່ວມມືກັນຂອງ ສະຫະພາບ ເອີຣົບ, ຍຸດທະສາດ Global Gateway, ບັນດາປະເທດສະມາຊິກສະຫະພາບ ເອີຣົບ ແລະ ໜ່ວຍງານຂະແໜງການສຶກສາຂອງ ສປປ ລາວ. ຈາກນະຄອນຫຼວງວຽງຈັນ, ງານດັ່ງກ່າວຈະໄດ້ສືບຕໍ່ໄປຈັດຢູ່ ແຂວງ ຫຼວງພະບາງ ໃນວັນທີ 25 ພະຈິກ ແລະ ແຂວງສະຫວັນນະເຂດ ໃນວັນທີ 28 ພະຈິກ ນີ້.

ຜູ້ຕາງໜ້າຈາກບັນດາປະເທດໃນເອີຣົບ ເຊັ່ນ: ຝຣັ່ງ, ເຢຍລະມັນ, ຮົງກາຣີ, ອີຕາລີ ແລະ ລຸກຊຳບວກ ໄດ້ນຳສະເໜີໂອກາດທີ່ຫຼາກຫຼາຍ ເພື່ອເປັນທາງເລືອກໃນການສຶກສາ ລວມທັງທຶນການສຶກສາຂອງ Erasmus+, Campus France, DAAD, ແລະ Stipendium Hungaricum ຕະຫຼອດເຖິງໂອກາດອື່ນໆຈາກມະຫາວິທະຍາໄລໃນອິຕາລີ ແລະ ລຸກຊຳບວກ. ອະດີດນັກສຶກສາ ຜູ້ທີ່ເຄີຍໄດ້ໄປສຶກສາຢູ່ເອີຣົບ ກໍ່ໄດ້ມາແບ່ງປັນເຄັດລັບ ແລະ ຕອບຄໍາຖາມ, ເຮັດໃຫ້ງານໃນຄັ້ງນີ້ເປັນຈຸດລິເລີ່ມທີ່ສຳຄັນ ສຳລັບທຸກຄົນທີ່ຢາກໄປຮຽນຕໍ່ຢູ່ຕ່າງປະເທດ.

A unique feature this year was the Private Room arrangement, where attendees could chat for one-on-one with scholarship experts and alumni to get personalised guidance.

ຈຸດເດັ່ນທີ່ເປັນເອກະລັກອີກຢ່າງໜຶ່ງຂອງປີນີ້ ແມ່ນການຈັດພື້ນທີ່ຫ້ອງສ່ວນຕົວ ເຊິ່ງຜູ້ເຂົ້າຮ່ວມສາມາດສົນທະນາແບບຕົວຕໍ່ຕົວ ກັບຜູ້ຊ່ຽວຊານດ້ານທຶນການສຶກສາ ແລະ ອະດີດນັກສຶກສາ ເພື່ອຮັບຄຳແນະນຳສ່ວນຕົວ.

ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ບັນດາປະເທດສະມາຊິກສະຫະພາບ ເອີຣົບ ຫຼາຍປະເທດ ໄດ້ມອບທຶນການສຶກສາສອງຝ່າຍ ທີ່ອອກແບບມາເພື່ອນັກສຶກສາຄົນລາວໂດຍສະເພາະ ເຊິ່ງໃນບາງກໍລະນີ ມີຂັ້ນຕອນທີ່ງ່າຍກວ່າ ຫຼື ມີໂອກາດທີ່ໄດ້ຮັບຄັດເລືອກທີ່ດີກວ່າ.” ທ່ານຍັງກ່າວຕື່ມວ່າ: “ເອີຣົບ ເປັນບ່ອນທີ່ເຕັມໄປດ້ວຍໂອກາດ ແລະ ທີມເອີຣົບ ພ້ອມທີ່ຈະຊ່ວຍໃຫ້ທ່ານຊອກຫາຈຸດມຸ້ງໝາຍທີ່ເໝາະສົມກັບທ່ານໃນເອີຣົບ”.

ນອກຈາກນັ້ນ, ຜູ້ຕາງໜ້າຈາກຂະແໜງການສຶກສາ ຍັງໄດ້ເນັ້ນຢໍ້າເຖິງ ຄວາມສຳຄັນຂອງການສວຍໂອກາດ ໃນງານຄັ້ງນີ້ ເພື່ອເປັນແນວທາງໃນການສ້າງທັກສະ ແລະ ປະສົບການ ເຊິ່ງຈະເຮັດໃຫ້ຄົນຮຸ່ນໃໝ່ ກາຍເປັນຜູ້ນໍາທີ່ມີຫົວຄິດປະດິດສ້າງ ແລະ ສ້າງສັນ ເພື່ອພັດທະນາສັງຄົມຂອງປະເທດ ລາວ ໃນຮຸ່ນຕໍ່ໆໄປ.

ງານດັ່ງກ່າວ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ, ມີຜູ້ເຂົ້າຮ່ວມຈໍານວນຫຼາຍ ສະແດງຄວາມສົນໃຈທີ່ຈະສະໝັກທຶນການສຶກສາໃນເອີຣົບ, ເຊິ່ງມີຫຼາຍໂຄງການກຳລັງເປີດຮັບຄໍາຮ້ອງສະໝັກຕັ້ງແຕ່ຕອນນີ້ຈົນຮອດຊ່ວງຕົ້ນປີ 2026.

ກ່ຽວກັບທຶນການສຶກສາ: