ທ່ອງທ່ຽວໄປເອີຣົບ: ລະບົບ ເຂົ້າ-ອອກ
ລະບົບການເຂົ້າ-ອອກ (EES) ແມ່ນລະບົບໄອທີອັດຕະໂນມັດ ສຳລັບການລົງທະບຽນພົນລະເມືອງທີ່ບໍ່ແມ່ນສະຫະພາບ ເອີຣົບ ທີ່ເດີນທາງໄລຍະເວລາສັ້ນ, ແຕ່ລະຄັ້ງທີ່ຈະຂ້າມຊາຍແດນພາຍນອກຂອງບັນດາປະເທດ ເອີຣົບ ຕໍ່ໄປນີ້:
|
ໂອຕຣິດ ແບນຊິກ ບູນກາລີ ກຣົວຊີ ເຊັກ ດານມາກ ແອັດສະໂຕນີ ແຟງລັງ ຝຣັ່ງ ເຢຍລະມັນ |
ເກຣັກ ຮົງກາລີ ອຽກລັງ ອິຕາລີ ລັດເວຍ ເລັກເຕນສະເຕນ ລິດຕົວນີ ລຸກຊໍາບວກ ມານຕາ ໂຮນລັງ |
ນໍເວ ໂປໂລຍ ປອກຕຸຍການ ໂຣມານີ ສະໂລວາກີ ສະໂລເວນີ ແອັດສະປາຍ ຊູແອດ ສະວິດ
|
ຈຸດປະສົງຂອງ EES, 'ພົນລະເມືອງນອກສະຫະພາບ ເອີຣົບ' ໝາຍເຖິງນັກທ່ອງທ່ຽວທີ່ບໍ່ໄດ້ຖືສັນຊາດຂອງປະເທດໃດໆໃນສະຫະພາບ ເອີຣົບ ຫຼື ສັນຊາດອຽກລັງ, ເລັກເຕນສະເຕນ, ນໍເວ ຫຼື ສະວິດ.
'ການພັກເຊົາໄລຍະສັ້ນ' ໝາຍເຖິງບໍ່ເກີນ 90 ວັນ ພາຍໃນໄລຍະເວລາ 180 ວັນ. ໄລຍະເວລານີ້ ໄດ້ຄໍານວນເປັນໄລຍະເວລາດຽວ ສໍາລັບບັນດາປະເທດໃນ ເອີຣົບ ທີ່ໃຊ້ EES.
ພົນລະເມືອງຂອງປະເທດໃດແນ່ທີ່ຕ້ອງໄດ້ລົງທະບຽນໃນ EES?
ລະບົບນີ້ຈະນຳໃຊ້ກັບທຸກຄົນ ຖ້າທ່ານເປັນພົນລະເມືອງນອກສະຫະພາບ ເອີຣົບທີ່:
- ຕ້ອງມີວີຊ່າພັກເຊົາໄລຍະສັ້ນ ເພື່ອເດີນທາງໄປປະເທດໃນເອີຣົບ ທີ່ໃຊ້ EES
ຫຼື
- ບໍ່ຈໍາເປັນຕ້ອງມີວີຊ່າ ເພື່ອເດີນທາງໄລຍະສັ້ນ ໄປບັນດາປະເທດໃນເອີຣົບທີ່ໃຊ້ EES
ການເຂົ້າ ແລະ ອອກປະເທດ ຫຼື ການປະຕິເສດການເຂົ້າປະເທດຂອງທ່ານ ຈະຖືກລົງທະບຽນໃນລະບົບ EES ທາງອີເລັກໂທຣນິກ.
=> ການຍົກເວັ້ນການລົງທະບຽນໃນ EES ຈະມີຜົນບັງຄັບໃຊ້ - ມາເບິ່ງວ່າ EES ຈະບໍ່ມີຜົນບັງຄັບໃຊ້ກັບໃຜແດ່?
ປະໂຫຍດຂອງລະບົບ EES ມີຫຍັງແດ່?
- ເຮັດໃຫ້ການກວດສອບຊາຍແດນມີຄວາມທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ: ລະບົບ EES ຈະຄ່ອຍໆປ່ຽນແທນການປະທັບໜັງສືຜ່ານແດນດ້ວຍລະບົບດິຈິຕອນ ທີ່ບັນທຶກເວລານັກທ່ອງທ່ຽວເຂົ້າ ແລະ ອອກ, ເຮັດໃຫ້ການກວດສອບຊາຍແດນໄວຂຶ້ນ ແລະ ຊ່ວຍໃຫ້ພະນັກງານເຮັດວຽກໄດ້ຢ່າງມີປະສິດທິພາບ.
- ເຮັດໃຫ້ການເດີນທາງຂ້າມຊາຍແດນງ່າຍຂຶ້ນ ແລະ ໄວຂຶ້ນ: ລະບົບ EES ຈະຊ່ວຍໃຫ້ນັກທ່ອງທ່ຽວໃຊ້ເວລາຢູ່ຊາຍແດນໜ້ອຍລົງ ເນື່ອງຈາກມີການກວດສອບໄວຂຶ້ນ, ທາງເລືອກໃນການບໍລິການຕົນເອງ ແລະ ຄວາມເປັນໄປໄດ້ໃນການໃຫ້ຂໍ້ມູນຂອງເຂົາເຈົ້າລ່ວງໜ້າ.
- ປ້ອງກັນການຍ້າຍຖິ່ນຖານແບບບໍ່ປົກກະຕິ: ລະບົບ EES ຈະຊ່ວຍຕິດຕາມຜູ້ທີ່ເຂົ້າ ແລະ ອອກ ຈາກເຂດເຊັງເກນ (Schengen) ໂດຍໃຊ້ຂໍ້ມູນລາຍນິ້ວມື ແລະ ຂໍ້ມູນໃບໜ້າ ເພື່ອປ້ອງກັນບໍ່ໃຫ້ມີການພັກເຊົາຫຼາຍເກີນກໍານົດ, ການໃຊ້ຂໍ້ມູນຢືນຢັນຕົວຕົນປອມ ຫຼື ການນໍາໃຊ້ວີຊ່າທີ່ຜິດໃນການເດີນທາງ.
- ເພີ່ມທະວີຄວາມປອດໄພໃນເຂດ ເຊັງເກນ (Schengen): ລະບົບ EES ຈະຊ່ວຍໃຫ້ເຈົ້າໜ້າທີ່ຊາຍແດນ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ສາມາດເຂົ້າເຖິງຂໍ້ມູນທີ່ສໍາຄັນຂອງນັກທ່ອງທ່ຽວ, ຊ່ວຍໃຫ້ພວກເຂົາສາມາດເຫັນໄດ້ເຖິງຄວາມສ່ຽງດ້ານຄວາມປອດໄພ ແລະ ສະໜັບສະໜູນການຕໍ່ສູ້ກັບອາດຊະຍາກຳ ແລະ ການກໍ່ການຮ້າຍທີ່ຮ້າຍແຮງ.
ສໍາລັບຂໍ້ມູນເພີ່ມຕື່ມ:
- ສໍາລັບເວັບໄຊທ໌ຂອງລະບົບເຂົ້າ-ອອກ (EES), ຄລິກທີ່ນີ້.
- ຖ້າຕ້ອງການເບິ່ງຂໍ້ມູນລະບົບການຄຸ້ມຄອງຊາຍແດນທີ່ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນສໍາລັບ ເອີຣົບ, ຄລິກທີ່ນີ້.