ລັດຖະບານແຫ່ງ ສປປ ລາວ ແລະ ທີມເອີຣົບ ໄດ້ຈັດກອງປະຊຸມທົບທວນການຮ່ວມມື ປະຈໍາປີ 2024

ນະຄອນຫຼວງວຽງຈັນ, ວັນທີ 4 ເມສາ ປີ 2025 - ລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ເອີຣົບ ໄດ້ຈັດກອງປະຊຸມຂຶ້ນຢູ່ ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນການຮ່ວມມືປະຈໍາປີ ແລະ ເປັນການຢືນຢັນ​ເຖິງ​ຄວາມມຸ່ງໝັ້ນຮ່ວມກັນ​ໃນ​ການ​ຊຸກຍູ້​ສົ່ງເສີມການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ແບບມີສ່ວນຮ່ວມ. ວາລະດັ່ງກ່າວ ແມ່ນຖືເປັນກຽດເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເປັນປະທານຮ່ວມໂດຍ ທ່ານ ມາກ ກະລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ. ນອກຈາກນີ້, ຍັງເປັນກຽດເຂົ້າຮ່ວມໂດຍບັນດາເອກອັກຄະລັດຖະທູດ, ຫົວໜ້າຝ່າຍການຮ່ວມມື ຈາກຄູ່ຮ່ວມພັດທະນາທີມເອີຣົບ ຢູ່ ສປປ ລາວ (ເຊິ່ງປະກອບມີ: ສະຫະພາບ ເອີຣົບ, ແບນຊິກ, ແຟງລັງ, ຝຣັ່ງ, ເຢຍລະມັນ, ຮົງກາຣີ, ອຽກລັງ, ລຸກຊຳບວກ ແລະ ສະວິດ) ໂດຍເນັ້ນໜັກໃສ່ການທົບທວນຄືນເຖິງຄວາມຄືບໜ້າພາຍໃຕ້ ຍຸດທະສາດ ເອີຣົບ ປີ 2021-2025 ແລະ ແຜນງານ Global Gateway.


​ເປົ້າ​ໝາຍ​​ຍຸດ​ທະ​ສາດຂອງທີມເອີຣົບ​ແມ່ນເພື່ອ​ສະໜັບສະໜູນ​ເສດຖະກິດ​ສີຂຽວ ​ແລະ ​ມີສ່ວນຮ່ວມ, ​ການ​ພັດທະນາ​ຕົ້ນທຶນຊັບພະຍາກອນ​ມະນຸດ ແລະ ການ​ປົກຄອງ​ທີ່​ດີ​ຂອງ ສປປ ລາວ ພາຍໃຕ້​ຂອບ​ເຂດ​ຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງ​ທີ 9 (NSEDP). ແຜນງານ Global Gateway ແມ່ນຍຸດທະສາດຂອງທີມເອີຣົບ ໃນການຮ່ວມມືກັບບັນດາຄູ່ຮ່ວມງານ ເພື່ອກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ທັນສະໄໝ ແລະ ມີຄວາມຍືນຍົງ ທີ່ເປັນການສົ່ງເສີມການເຊື່ອມໂຍງກັນທີ່ມີຄວາມໝາຍ ແລະ ມີປະສິດທິພາບ. ກິດຈະກໍາຕ່າງໆເຫຼົ່ານີ້ ແມ່ນ​ໄດ້​ຮັບ​ການຈັດຕັ້ງ​ປະ​ຕິ​ບັດ​ໂດຍນໍາໃຊ້​ແນວທາງ 360 ອົງ​ສາ ທີ່ແນ​ໃສ່​ການເຮັດວຽກຮ່ວມກັນຂອງພາກສ່ວນຕ່າງໆ ​​ເພື່ອ​ສ້າງ​ຜົນ​ໄດ້ຮັບ​ທີ່​ຍືນ​ຍົງ​ສໍາ​ລັບມວນມະນຸດ ​ແລະ ​ໂລກທີ່ພວກເຮົາອາໄສຢູ່. ຕົວຢ່າງເຊັ່ນ: ການແກ້ໄຂພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ການຮຽນໃນລະດັບອາຊີວະສຶກສາດ້ານກະສິກຳ-ປ່າໄມ້ ແລະ ການທ່ອງທ່ຽວ ແລະ ການປັບປຸງການປົກຄອງ, ວິທີການຕ່າງໆເຫຼົ່ານີ້ ແມ່ນເປັນການເສີມສ້າງຄວາມສາມາດໃນການແຂ່ງຂັນຂອງພາກເອກະຊົນໃຫ້ຫຼາຍຂຶ້ນ ໃນຕ່ອງໂສ້ມູນຄ່າຂອງຜະລິດຕະພັນຈາກກາເຟ, ຊາ ແລະ ປ່າໄມ້. ​ສິ່ງເຫຼົ່ານີ້ ແມ່ນເປັນການ​ສ້າງ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ ເຊິ່ງສາມາດນໍາໄປ​ລົງທຶນ​ໃຫ້​ບັນດາ​ຂະ​ແໜງ​ການທາງ​ສັງຄົມໄດ້.


ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນເຂັ້ມແຂງນີ້, ທີມເອີຣົບ ໄດ້ເພີ່ມງົບປະມານສະໜັບສະໜູນ ສປປ ລາວ ສໍາລັບປີ 2021-2025 ຈາກ 550 ລ້ານ ເອີໂຣ ມາເປັນ 672 ລ້ານ ເອີໂຣ. ມາຮອດເດືອນ ມີນາ ປີ 2025 ນີ້, ພວກເຮົາໄດ້ນໍາໃຊ້ງົບປະມານຈໍານວນ 606 ລ້ານ ເອີໂຣ ໄດ້ຢ່າງມີປະສິດທິພາບເຂົ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກໍາໃໝ່ໆແລ້ວ.


ໃນລະຫວ່າງກອງປະຊຸມທົບທວນຄືນໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ສະທ້ອນຄືນເຖິງຜົນສໍາເລັດໃນປີ 2024 ແລະ ປຶກສາຫາລືກ່ຽວກັບບູລິມະສິດຂອງລັດຖະບານສໍາລັບປີ 2025, ໂດຍເນັ້ນໃຫ້ເຫັນເຖິງຜົນສໍາເລັດທີ່ສໍາຄັນຂອງບັນດາໂຄງການທີ່ໄດ້ຮັບທຶນສະໜັບສະໜູນພາຍໃຕ້ຍຸດທະສາດຂອງທີມເອີຣົບ. ບັນດາຄູ່ຮ່ວມງານ ເອີຣົບ ແລະ ລັດຖະບານຂອງ ສປປ ລາວ ຕ່າງກໍສະແດງເຖິງຄວາມປາດຖະໜາທີ່ຈະສືບຕໍ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ, ໂດຍສະເພາະໃນຂະແໜງເສດຖະກິດສີຂຽວ, ເນັ້ນໜັກໃສ່ການລົງທຶນທີ່ມີປະສິດທິພາບ ເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ, ຮອບດ້ານ ແລະ ສ້າງວຽກເຮັດງານທຳໃຫ້ຫຼາຍຍິ່ງຂຶ້ນ.

ທ່ານ ມາກ ກະລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວຢືນຢັນການຮ່ວມມືຂອງທີມເອີຣົບວ່າ: “ໂລກເຮົາກ້າວໜ້າໄປຢ່າງໄວວາ, ເຊັ່ນດຽວກັນກັບ ສາຍພົວພັນໃນສາກົນ. ໃນສະພາບແວດລ້ອມແຫ່ງການປ່ຽນແປງນີ້, ທີມເອີຣົບ ຍັງຄົງຢືນຢັນຕໍ່ສາຍພົວພັນທີ່ເຂັ້ມແຂງກັບ ສປປ ລາວ. ພວກເຮົາຢືນຢັດໃນການຮ່ວມມືທີ່ຍຸດຕິທຳ, ມີສິນທຳ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການຮ່ວມມືຫຼາຍຝ່າຍທີ່ມີຄຸນນະພາບ, ພ້ອມທັງຮັບປະກັນ "ສົນທິສັນຍາ ເພື່ອອະນາຄົດ" ເຊິ່ງເປັນວິໄສທັດທີ່ມີຮ່ວມກັນ ເພື່ອສ້າງການພັດທະນາແບບຍືນຍົງ".


ຜູ້ແທນຄົນສໍາຄັນຕ່າງໆຂອງທະວີບ ເອີຣົບ ກໍ່ໄດ້ສະແດງຄວາມເຫັນທີ່ເປັນເອກະພາບກັນນີ້ ເຊິ່ງລວມມີ ທ່ານນາງ ຊີວ-ແລງ ຊູອອກ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ຣັ່ງ ປະ​ຈຳ ສ​ປ​ປ ລາວ ແລະ ທ່ານ ໄກໂຈ ນໍວັນໂຕ (Keijo Noryanto), ເອກອັກຄະລັດຖະທູດແຟງລັງ, ພ້ອມດ້ວຍຮອງຫົວໜ້າຄະນະຜູ້ແທນ ແລະ ຜູ້ຕາງໜ້າສະຖານທູດເຢຍລະມັນ, ຮົງກາຣີ, ລຸກຊຳບວກ ແລະ ສະວິດ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບບົດຂ່າວສະບັບນີ້, ກະລຸນາຕິດຕໍ່:

  • ຄະນະຜູ້ແທນ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ທີ່ອີເມວ: delegation-laos@eeas.europa.eu ຫຼື ເບີໂທ: 021 255 575.
  • ທ່ານ ສຸລິຍາ ຈັນສົມພູ, ຫົວໜ້າພະແນກ ເອີຣົບ-ອາເມລິກາ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ: chansomphou2000@gmail.com ຫຼື ເບີໂທ: 020 9886 2184