ວັນຕໍ່ຕ້ານການກຽດຊັງຄົນຮັກຮ່ວມເພດ, ຄົນຮັກສອງເພດ ແລະ ຄົນຂ້າມເພດສາກົນ: ຖະແຫຼງການຂອງຜູ້ແທນຂັ້ນສູງ ໃນນາມສະຫະພາບ ເອີຣົບ 2026

ຫາກຄວາມບໍ່ເທົ່າທຽມ ແລະ ການເລືອກປະຕິບັດຍັງຄົງຢູ່, ປະຊາທິປະໄຕກໍ່ບໍ່ສາມາດຈະເລີນເຕີບໂຕໄດ້.ຄວາມສະເໝີພາບບໍ່ແມ່ນສິ່ງທີ່ບໍ່ຈໍາເປັນແຕ່ມັນເປັນພື້ນຖານຂອງສັງຄົມທີ່ມີອິດສະລະພາບ ແລະ ມີຄວາມເຂັ້ມແຂງ.

ແຕ່ໃນທົ່ວໂລກ, ບຸກຄົນທີ່ເປັນເພດທາງເລືອກ ຈຳນວນຫຼາຍຍັງຄົງປະເຊີນກັບຄວາມຮຸນແຮງ, ການເລືອກປະຕິບັດ, ຄໍາເວົ້າທີ່ສະແດງເຖິງຄວາມກຽດຊັງ ແລະ ການຕິຕຽນ ລວມເຖິງເປັນເປົ້າໝາຍຂອງການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ຍ້ອນວ່າພວກເຂົາເປັນຕົວຕົນຂອງພວກເຂົາເອງ. ເມື່ອການໃຊ້ສິດທິມະນຸດຢ່າງເຕັມທີ່ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຖືກບັນທອນ, ການມີສ່ວນຮ່ວມກໍ່ຈະລົດລົງ ແລະ ສັງຄົມກໍ່ຈະຂາດຄວາມຄວບຄຸມ ແລະ ຂາດຄວາມເປັນປະຊາທິປະໄຕ.

ໃນວັນຕໍ່ຕ້ານການກຽດຊັງຄົນຮັກຮ່ວມເພດ, ຄົນຮັກສອງເພດ ແລະ ຄົນຂ້າມເພດສາກົນ (IDAHOT), ສະຫະພາບ ເອີຣົບ ຢືນຢັນຄຳໝັ້ນສັນຍາເຖິງຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນໃຫ້ບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ (LGBTI) ໄດ້ຮັບສິດທິມະນຸດຢ່າງເຕັມທີ່ ແລະ ເທົ່າທຽມກັນ.

ໃນຂະນະທີ່ພວກເຮົາກຳລັງເຫັນກະແສການຕໍ່ຕ້ານສິດທິມະນຸດສາກົນທົ່ວໂລກ. ການເລືອກປະຕິບັດກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ລວມເຖິງການເລືອກປະຕິບັດບົນພື້ນຖານຂອງລົດນິຍົມທາງເພດ ແລະ ອັດຕະລັກທາງເພດ. 65 ປະເທດ ຍັງຄົງກໍານົດໃຫ້ຄວາມສຳພັນລະຫວ່າງເພດດຽວກັນໂດຍສະໝັກໃຈເປັນຄວາມຜິດທາງອາຍາ ເຊິ່ງເປັນການລະເມີດຕໍ່ກົດໝາຍດ້ານສິດທິມະນຸດສາກົນຢ່າງຊັດເຈນ. ເລື່ອງນີ້ຕ້ອງຢຸດຕິລົງ. ສະຫະພາບ ເອີຣົບ ຮຽກຮ້ອງໃຫ້ທຸກປະເທດຍົກເລີກກົດໝາຍທີ່ກໍານົດໃຫ້ຄວາມສຳພັນລະຫວ່າງເພດດຽວກັນໂດຍສະໝັກໃຈເປັນຄວາມຜິດທາງອາຍາ ແລະ ຢຸດຕິການຮັບຮອງເອົາກົດໝາຍເລືອກປະຕິບັດໃໝ່ທີ່ແນໃສ່ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ. ທຸກປະເທດຄວນດຳເນີນການທີ່ຈຳເປັນ ເພື່ອຮັບປະກັນວ່າປະຊາຊົນມີອິດສະລະພາບໃນການດຳລົງຊີວິດຕາມທີ່ຕົນເລືອກເອງ ໂດຍປາສະຈາກຄວາມຢ້ານກົວ ຫຼື ການກົດຂີ່ຂົ່ມເຫັງ.

ສະຫະພາບ ເອີຣົບ ຢືນຢັດຕໍ່ຕ້ານການເລືອກປະຕິບັດທຸກຮູບແບບຢ່າງເດັດຂາດ. ຄວາມສະເໝີພາບຍັງໄດ້ຖືກລະບຸໄວ້ໃນສົນທິສັນຍາສ້າງຕັ້ງ ແລະ ຫຼັກນິຕິສາດທີ່ກ່ຽວຂ້ອງ.

ໃນຂະນະທີ່ສະຫະພາບ ເອີຣົບ ຈະມີຄວາມຄືບໜ້າໄປແລ້ວ ແຕ່ພວກເຮົາມຸ່ງໝັ້ນທີ່ຈະກ້າວໄປຂ້າງໜ້າຕື່ມອີກ. ສະຫະພາບ ເອີຣົບ ຈະຍັງຄົງສືບຕໍ່ສະໜັບສະໜູນອົງການຈັດຕັ້ງສັງຄົມຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ແລະ ນັກປົກປ້ອງສິດທິມະນຸດຕໍ່ໄປ ລວມທັງການສະໜອງທຶນຢ່າງຕໍ່ເນື່ອງ ແລະ ຄາດເດົາໄດ້. ວຽກງານຂອງພວກເຂົາ ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການປົກປ້ອງຄຸນຄ່ານິຍົມປະຊາທິປະໄຕ ແລະ ກົດລະບຽບຂອງກົດໝາຍ, ເຖິງແມ່ນວ່າພວກເຂົາປະເຊີນກັບຄວາມກົດດັນທີ່ເພີ່ມຂຶ້ນກໍ່ຕາມ. ສະຫະພາບ ເອີຣົບ ຈະຍັງຄົງສືບຕໍ່ຮຽກຮ້ອງໃຫ້ມີການຄຸ້ມຄອງນັກປົກປ້ອງສິດທິມະນຸດຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດຢ່າງແຂງແຮງຍິ່ງຂຶ້ນ ໂດຍສະເພາະໃນສະພາບການທີ່ພື້ນທີ່ທາງສັງຄົມທີ່ຫຼຸດລົງ ແລະ ການກົດຂີ່ຂົ່ມເຫັງທີ່ເພີ່ມຂຶ້ນ.

ໃນໄລຍະປີຕໍ່ໜ້າ, ຍຸດທະສາດຄວາມສະເໝີພາບຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດສະບັບໃໝ່ຂອງຄະນະກຳມະການ ແມ່ນຈະເສີມສ້າງການປົກປ້ອງຈາກການໃຊ້ຄວາມຮຸນແຮງ, ຕ້ານຄວາມກຽດຊັງ ແລະ ການເລືອກປະຕິບັດ ລວມທັງການເລືອກປະຕິບັດທາງອອນລາຍ, ຂະຫຍາຍພື້ນທີ່ໃຫ້ຜູ້ຄົນສາມາດດຳລົງຊີວິດໄດ້ຢ່າງເສລີ ແລະ ເທົ່າທຽມກັນແລະ ລະດົມພະລັງສັງຄົມໂດຍລວມໃຫ້ມີຄວາມສະເໝີພາບຢ່າງແທ້ຈິງ.