ສປປ ລາວ ແລະ ສະຫະພາບ ເອີຣົບ ສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ການເດີນທາງຮ່ວມກັນຂອງຫ້າທົດສະວັດ

ວັນ​ທີ 10 ທັນວາ​, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ​ແລະ ສະຫະພາບ ​ເອີຣົບ ​ໄດ້​ຮ່ວມກັນ​ສະ​ເຫຼີ​ມສະຫຼອງວັນຄົບຮອບ 50 ປີ​ ແຫ່ງ​ການ​ພົວພັນ​​ການ​ທູດເຊິ່ງຖືເປັນ​ນິມິດໝາຍອັນສຳຄັນ​ຂອງການ​ພົວພັນ​​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ ​ເລິກເຊິ່ງ​ ​ແລະ ມີ​ເປົ້າໝາຍ​ຮ່ວມ​ກັນມາ​ແຕ່​ປີ 1975.

ສາຍພົວພັນລະຫວ່າງ ສປປ ລາວ - ສະຫະພາບ ເອີຣົບ ໄດ້ສ້າງຕັ້ງຂຶ້ນຄັ້ງທໍາອິດ ໃນວັນທີ 21 ພະຈິກ 1975 ເມື່ອປະຊາຄົມ ເອີຣົບ ຫຼື European Communities ໃນເມື່ອກ່ອນ ໄດ້ຕອບຮັບການສະເໜີຂອງ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຝຣັ່ງ ໃນການສ້າງຕັ້ງສາຍພົວພັນຢ່າງເປັນທາງການ. ຕໍ່ມາ, ສປປ ລາວ ກໍ່ໄດ້ຖືກສະຖາປະນາຂຶ້ນ ແລະ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຝຣັ່ງ ໄດ້ກາຍເປັນຜູ້ຕາງໜ້າຂອງ ສປປ ລາວ ຜູ້ທຳອິດ ປະຈຳ ປະຊາຄົມ ເອີຣົບ ເຊິ່ງເປັນຊ່ວງເວລາສໍາຄັນທີ່ໄດ້ວາງຮາກຖານສໍາລັບການຮ່ວມມືທີ່ໃຫ້ແກ່ການຮ່ວມມືທີ່ມີການພັດທະນາຢ່າງຕໍ່ເນື່ອງ.

ເມື່ອປະຊາຄົມ ເອີຣົບ ໄດ້ປ່ຽນມາເປັນ ສະຫະພາບ ເອີຣົບ ຕາມສົນທິສັນຍາມາດທຣິດ (Maastricht Treaty) ໃນປີ 1993, ການຮ່ວມມື ໄດ້ມີການຂະຫຍາຍຕົວ ໂດຍມີຂົງເຂດການເມືອງເພີ່ມເຂົ້າມາ. ໂອກາດດັ່ງກ່າວ ໄດ້ນຳໄປສູ່ການລົງນາມໃນຂໍ້ຕົກລົງການຮ່ວມມື ສປປ ລາວ - ສະຫະພາບ ເອີຣົບ ໃນປີ 1997 ເຊິ່ງໄດ້ສ້າງຕັ້ງຄະນະກຳມາທິການຮ່ວມລະດັບສູງຂຶ້ນ ເພື່ອຊີ້ນຳການພົວພັນຂອງທັງສອງຝ່າຍ ຕະຫຼອດເຖິງການປຶກສາຫາລືກ່ຽວກັບນະໂຍບາຍການພັດທະນາ, ການຄ້າ ແລະ ສິດທິມະນຸດຢ່າງເປັນປະຈໍາ.

ສປປ ລາວ ແລະ ສະຫະພາບ ເອີຣົບ ໄດ້ເພີ່ມທະວີການພົວພັນທາງການທູດ ໂດຍການສ້າງຕັ້ງສຳນັກງານຜູ້ຕາງໜ້າ ໃນນະຄອນຫຼວງຂອງກັນ ແລະ ກັນ ດັ່ງນີ້: ສປປ ລາວ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສະຫະພາບ ເອີຣົບ ຜູ້ທຳອິດ ທີ່ ນະຄອນຫຼວງ ບຣຸກແຊນ ໃນປີ 1998 ແລະ ສະຫະພາບ ເອີຣົບ ໄດ້ສ້າງຕັ້ງສຳນັກງານຜູ້ຕາງໜ້າຢູ່ ນະຄອນຫຼວງວຽງຈັນ ໃນປີ 2003, ຕໍ່ມາໃນປີ 2016 ໄດ້ຍົກລະດັບເປັນສຳນັກງານຄະນະຜູ້ແທນ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ເຕັມຮູບແບບເຊິ່ງນໍາພາໂດຍເອກອັກຄະລັດຖະທູດຂອງສະຫະພາບ ເອີຣົບ ປະຈຳ ສປປ ລາວ.

ຕະຫຼອດໄລຍະ 5 ທົດ​ສະ​ວັດ​ທີ່ຜ່ານ​ມາ, ການ​ແລກ​ປ່ຽນ​ການຢ້ຽມຢາມລະດັບສູງຫຼາຍໆຄັ້ງ ​ໄດ້ເສີມສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງໃຫ້ແຂງແກ່ງຍິ່ງຂຶ້ນ​. ​ໃນ​ໄລຍະ​ບໍ່ດົນມາ​ນີ້ ​ໄດ້​ມີ​ການ​ຢ້ຽມຢາມຂອງ​ບັນດາ​ຜູ້ນຳ​ສະຫະພາບ ​ເອີ​ຣົບ ​ໃນ​ໄລຍະ​ທີ່ ສປປ ລາວ ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2024 ​ແລະ ​ທ່ານ​ ທອງ​ສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການ​​ຕ່າງປະ​ເທດຂອງ ສປປ ລາວ, ​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ປຶກສາຫາລື ລັດຖະມົນຕີ​ຕ່າງປະ​ເທດ ສະຫະພາບ ເອີຣົບ ອິນໂດ-ປາຊີຟິກ ຄັ້ງ​ທີ 4 ທີ່​ນະຄອນຫຼວງບຣຸກແຊນ ​ໃນ​ເດືອນ​ພະຈິກ ທີ່ຜ່ານມາ ​ເຊິ່ງກົງ​ກັບ​ວັນຄົບຮອບການ​ສ້າງ​ຕັ້ງ​ສາຍ​ພົວພັນ​​ການ​ທູດໃນວັນທີ 21 ພະຈິກ. ​​ໂອກາດ​ດັ່ງກ່າວ, ທ່ານນາງ Kaja Kallas, ຮອງປະທານກຳມາທິການ, ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍ ​ແລະ ຄວາມໝັ້ນຄົງຂອງ ສະຫະພາບ ເອີຣົບ ແລະ ທ່ານ​ ທອງ​ສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ​ໄດ້​ແລກປ່ຽນ​ສານສະແດງຄວາມຍິນດີ ​ໃນ​ໂອກາດ​ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.

50 Years EU-Laos Celebration

ຜົນສຳເລັດແຫ່ງການຮ່ວມກັນທີ່ພົ້ນເດັ່ນ

ມາຮອດປະຈຸບັນ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ໄດ້ສຸມໃສ່ການພັດທະນາແບບຍືນຍົງ ແລະ ຖືເອົາປະຊາຊົນເປັນໃຈກາງມາຢ່າງຕໍ່ເນື່ອງ. ​ໃນ​ເບື້ອງຕົ້ນ, ການ​ຮ່ວມ​ມື ​ແມ່ນສຸມ​ໃສ່​ການແກ້ໄຂຜົນກະທົບທີ່ຕົກຄ້າງແຕ່ປາງສົງຄາມ, ໂດຍ​ຜ່ານ​ການ​ຊ່ວຍເຫຼືອດ້ານວຽກງານການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO), ຊ່ວຍ​ຊີວິດ​ຄົນ ​ແລະ ມອບ​ດິນ​ຄືນ​ໃຫ້​ປະຊາຊົນ​ໄດ້ນຳ​ໃຊ້ປະໂຫຍດຢ່າງຄຸ້ມຄ່າທີ່ສຸດ.

ປະຈຸບັນ, ດ້ວຍການເຮັດວຽກພາຍໃຕ້ທີມ ເອີຣົບ  ເຊິ່ງປະກອບມີສະຫະພາບ ເອີຣົບ ຮ່ວມກັບ 7 ປະເທດສະມາຊິກ - ແບນຊິກ, ແຟງລັງ, ຝຣັ່ງ, ເຢຍລະມັນ, ຮົງກາຣີ, ອຽກລັງ ແລະ ລຸກຊຳບວກ - ແລະ ປະເທດ ສະວິດ ໄດ້ຮ່ວມກັນສືບຕໍ່ສະໜັບສະໜູນບັນດາຂົງເຂດບູລິມະສິດຂອງການພັດທະນາແຫ່ງຊາດທີ່ສໍາຄັນ, ລວມມີການປັບປຸງຄຸນນະພາບການສຶກສາ ແລະ ການພັດທະນາສີມືແຮງງານ, ການເຂົ້າເຖິງການບໍລິການດ້ານສຸຂະພາບຂອງແມ່ ແລະ ເດັກໃຫ້ດີຂຶ້ນ, ປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ແລະ ສົ່ງເສີມວຽກງານສິດທິມະນຸດ, ການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ນອກນັ້ນ, ການສະໜັບສະໜູນໃນ​ຂົງ​ເຂດ​ກະສິກຳ​ແບບ​ຍືນ​ຍົງ ​ແລະ ການ​ປະຕິບັດ​ທີ່​ທົນທານຕໍ່​ສະພາບດິນ​ຟ້າ​ອາກາດ ກໍ່ໄດ້ຮັບຄວາມຄືບໜ້າທີ່ເປັນຮູບປະທຳ. ການສະໜັບສະໜູນຂອງ ສະຫະພາບ ເອີຣົບ ໄດ້ຊ່ວຍພັດທະນາລະບົບຕ່ອງໂສ້ການສະໜອງທາງດ້ານກະສິກຳທີ່ມີມູນຄ່າສູງເຊັ່ນ: ກາເຟ, ຊາ ແລະ ຜະລິດຕະພັນໄມ້ ຄຽງຄູ່ໄປກັບການຄຸ້ມຄອງປ່າໄມ້, ການອະນຸລັກຊີວະນາໆພັນ ແລະ ການຟື້ນຟູທີ່ດິນ.

ການເຊື່ອມໂຍງ-ເຊື່ອມຈອດ ໄດ້ກາຍເປັນຂົງເຂດສຳຄັນຂອງການຮ່ວມມື. ໂດຍຜ່ານຂໍ້ລິເລີ່ມຂອງແຜນງານ Global Gateway, ສະຫະພາບ ເອີຣົບ ໄດ້ລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງການຂົນສົ່ງແບບຍືນຍົງ ທີ່ເຊື່ອມໂຍງຜູ້ຄົນ, ສິນຄ້າ ແລະ ໂອກາດຕ່າງໆພາຍໃນ ສປປ ລາວ ແລະ ພາກພື້ນອາຊຽນ ເຊິ່ງສະໜັບສະໜູນທ່າແຮງຂອງ ສປປ ລາວ ໃນການເປັນຂົວຕໍ່ການເຊື່ອມໂຍງ ແລະ ການພັດທະນາເສດຖະກິດໃນພາກພື້ນ.

50 Years EU-Laos Celebration

ການຮ່ວມມືເພື່ອອະນາຄົດ

ການພົວພັນລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ ແລະ ມີວິໄສທັດໄປຂ້າງໜ້າ ໂດຍໄດ້ລົງເລິກການຮ່ວມມືດ້ານການເມືອງ, ການປົກຄອງທີ່ດີ, ສິດທິມະນຸດ, ການພັດທະນາແບບຍືນຍົງ, ຮັບມືກັບບັນຫາຄວາມໝັ້ນຄົງໃນພາກພື້ນ ແລະ ສິ່ງທ້າທາຍຂອງໂລກເຊັ່ນ: ການປ່ຽນແປງຂອງສະພາບດິນຟ້າອາກາດ.

ສປປ ລາວ ແລະ ສະຫະພາບ ເອີຣົບ ໄດ້ມຸ່ງໝັ້ນທີ່ຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການຫັນປ່ຽນສີຂຽວ ແລະ ດິຈິຕອນ, ສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບ ແລະ ຄຸນນະພາບສູງ, ການສ້າງຂີດຄວາມສາມາດ ແລະ ສົ່ງເສີມການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ. ຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ສະຫະພາບ ເອີຣົບ ຢໍ້າຄືນຄຳໝັ້ນສັນຍາຂອງຕົນ ໃນ​ການ​ສະໜັບສະໜູນ​ເປົ້າ​ໝາຍ​ໄລຍະ​ຍາວ​​ຂອງ ສປປ ​ລາວ​ ໃນ​ຖານະ​ເປັນ​ຄູ່​ຮ່ວມ​ງານ​ທີ່ໜ້າ​ເຊື່ອ​ຖື ແລະ ເປັນຜູ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການສ້າງອະນາຄົດທີ່ຍືນຍົງ ແລະ ຈະເລີນຮຸ່ງເຮືອງຂຶ້ນກວ່າເກົ່າ. 

​ພິທີສະເຫຼີມສະຫຼອງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ທັນວາ 2025 ທີ່ ​ນະຄອນຫຼວງ​ວຽງ​ຈັນ,  ໃຫ້ກຽດ​ຂຶ້ນກ່າວມີຄຳເຫັນໂດຍ​ ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ທອງ​ສະຫວັນ ພົມວິຫານ ລັດຖະມົນຕີ​​ ກະຊວງການ​ຕ່າງປະ​ເທດແຫ່ງ ສປປ ລາວ, ​ ມີບັນດາ​​ລັດຖະມົນຕີ, ຮອງລັດຖະມົນຕີ, ເອກ​ອັກຄະ​ລັດຖະທູດ ​ປະ​ເທດ​ສະມາຊິກ ສະຫະພາບ ເອີຣົບ ປະຈຳ ສປປ ລາວ (ຝຣັ່ງ, ​ເຢຍລະ​ມັນ, ຮົງ​ກາຣີ, ລຸກຊຳບວກ) ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ພາກລັດ, ເອກະຊົນ, ອົງການຈັດຕັ້ງສັງຄົມ ​ແລະ ຄະນະທູຕານຸທູດຕ່າງປະເທດ ປະຈຳ ສປປ ລາວ ເຂົ້າຮ່ວມ. 

50 Years EU-Laos Celebration