ສະຫະພາບ ເອີຣົບ ປະກາດງົບປະມານຊ່ວຍເຫຼືອໃໝ່ຈຳນວນ 45 ລ້ານ ເອີໂຣ ໃນແຜນງານ Global Gateway ໃຫ້ແກ່ ສປປ ລາວ
ນະຄອນຫຼວງວຽງຈັນ, 31 ມັງກອນ 2025 - ເນື່ອງຈາກຜົນສຳເລັດໃນການຊ່ວຍເຫຼືອ ເພື່ອການພັດທະນາ ສປປ ລາວ ໃນປີ 2021-2024, ສະຫະພາບ ເອີຣົບ ໄດ້ອະນຸມັດງົບປະມານໃໝ່ຈຳນວນ 45 ລ້ານ ເອີໂຣ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ໃນຊ່ວງປີ 2025-2027. ການປະກາດງົບປະມານຊ່ວຍເຫຼືອຕື່ມ ຈໍານວນ 45 ລ້ານ ເອີໂຣ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະພາບ ເອີຣົບ ໃນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ເຊິ່ງເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ທ່ານ ມາກ ກະລາເຮີ ໄດ້ລາຍງານກ່ຽວກັບງົບປະມານດັ່ງກ່າວໃນວາລະເຂົ້າພົບປະ ທ່ານ ເພັດ ພົມພິພັກ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ.
ຍຸດທະສາດ ທີມເອີຣົບ ໃນ ສປປ ລາວ (2021-2025) ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງສະຫະພາບ ເອີຣົບ, ປະເທດສະມາຊິກ ແລະ ສະວິດເຊີແລນ ເພື່ອສົ່ງເສີມການພັດທະນາແບບຍືນຍົງຢູ່ໃນ ສປປ ລາວ ໂດຍມີງົບປະມານສະໜັບສະໜູນຈຳນວນ 600 ລ້ານ ເອີໂຣ ໄດ້ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ເຊິ່ງກວມເອົາ 3 ຂົງເຂດບຸລິມະສິດ:
- ເສດຖະກິດສີຂຽວ ແລະ ມີສ່ວນຮ່ວມ - ສົ່ງເສີມກະສິກຳແບບຍືນຍົງ, ການພັດທະນາຊົນນະບົດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ.
- ຊັບພະຍາກອນມະນຸດ - ພັດທະນາການສຶກສາ ລວມເຖິງຂະແໜງການດ້ານເຕັກນິກ-ວິຊາຊີບ ແລະ ການພັດທະນາລະບົບສາທາລະນະສຸກ.
- ການປົກຄອງທີ່ດີ - ເສີມຂະຫຍາຍວຽກງານການຄຸ້ມຄອງການເງິນແຫ່ງລັດ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ການມີສ່ວນຮ່ວມຂອງປະຊາຊົນ.
ຂົງເຂດບູລິມະສິດດັ່ງກ່າວ ມີຄວາມສຳຄັນໂດຍກົງຕໍ່ກັບແຜນການຫຼຸດພົ້ນອອກຈາກປະເທດດ້ອຍພັນທະນາຂອງ ສປປ ລາວ ແລະ ການກະກຽມແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10. ການລົງທຶນໃນຂົງເຂດເສດຖະກິດສີຂຽວ ແລະ ມີສ່ວນຮ່ວມຈະຊ່ວຍອະນຸລັກ ແລະ ສົ່ງເສີມທ່າແຮງໃນຂະແໜງການທີ່ສຳຄັນ, ເພີ່ມທະວີການລົງທຶນດ້ານການສຶກສາ ແລະ ເຕັກນິກ-ວິຊາຊີບ ຖືເປັນສິ່ງທີ່ສໍາຄັນໃນການສ້າງຜົນປະໂຫຍດດ້ານປະຊາກອນໃນ ສປປ ລາວ ແລະ ຂັບເຂື່ອນການພັດທະນາຊັບພະຍາກອນມະນຸດ. ການເສີມສ້າງການຄຸ້ມຄອງການເງິນແຫ່ງລັດ ແມ່ນປັດໄຈທີ່ສໍາຄັນໃນການສ້າງລາຍຮັບແຫ່ງຊາດ ແລະ ຮັບປະກັນລາຍຈ່າຍທີ່ມີປະສິດທິພາບ ແລະ ໂປ່ງໃສ.
ເງິນງົບປະມານຈຳນວນ 45 ລ້ານ ເອີໂຣ ຈະຖືກນໍາໃຊ້ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນ ສປປ ລາວ ໃນຊ່ວງປີ 2025-2027. ເງິນຊ່ວຍເຫຼືອທັງໝົດຈະຢູ່ໃນຮູບແບບຂອງເງິນຊ່ວຍເຫຼືອ ທີ່ຈະຊ່ວຍເສີມສ້າງຄວາມມຸ່ງໝັ້ນຂອງສະຫະພາບ ເອີຣົບ ແຜນງານ Global Gateway ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມອຸດົມສົມບູນພາຍໃນປະເທດ. ແຜນງານ Global Gateway ໃຊ້ແນວທາງ 360 ອົງສາ ເພື່ອຮັບປະກັນການລົງທຶນໃນໂຄງລ່າງພື້ນຖານທີ່ສອດຄ່ອງກັບສິ່ງແວດລ້ອມ, ລະບຽບການຄຸ້ມຄອງ, ທັກສະ ແລະ ການສຶກສາ, ການຈ້າງງານ ແລະ ໄວໜຸ່ມ.
“ສະຫະພາບ ເອີຣົບ ໄດ້ມຸ່ງໝັ້ນທີ່ຈະສືບຕໍ່ສະໜັບສະໜູນວາລະເປົ້າໝາຍການພັດທະນາແບບຍືນຍົງ ປີ 2030. ໂດຍຜ່ານແຜນງານ Global Gateway, ພວກເຮົາຈະເຊື່ອມຈອດຊ່ອງຫວ່າງດ້ານການລົງທຶນ, ຊຸກຍູ້ສົ່ງເສີມການຟື້ນຟູເສດຖະກິດ, ສິ່ງແວດລ້ອມ ແລະ ການຫັນປ່ຽນທາງດ້ານດິຈິຕອນ. ເຖິງແມ່ນວ່າທົ່ວໂລກກຳລັງປະເຊີນກັບບັນຫາທ້າທາຍຫຼາຍຢ່າງ ນັບແຕ່ພູມສາດທາງການເມືອງ ຈົນເຖິງວິກິດການທາງດິນຟ້າອາກາດ, ສະຫະພາບ ເອີຣົບ ຮັບປະກັນສາຍພົວພັນທີ່ເຂັ້ມແຂງ, ສືບຕໍ່ການຮ່ວມມືໃນໄລຍະຍາວກັບ ສປປ ລາວ ແລະ ພາກພື້ນ.” ກ່າວໂດຍ ທ່ານເອກອັກຄະລັດຖະທູດ ມາກ ກະລາເຮີ.
ລາຍລະອຽດການຕິດຕໍ່:
ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່ສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ທີ່ delegation-laos@eeas.eurpa.eu ຫຼື ໂທ: +856 (21) 255 575