ສະຫະພາບ ເອີຣົບ ປະກາດປະເທດ ລາວ ເປັນປະເທດ “ມີຄວາມສ່ຽງຕໍ່າ” ພາຍໃຕ້ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້

ນະຄອນຫຼວງວຽງຈັນ, 22 ພຶດສະພາ 2025 – ສະຫະພາບ ເອີຣົບ ໄດ້ປະກາດການຈັດປະເພດບັນດາປະເທດໃນທົ່ວໂລກ ເພື່ອແນ່ໃສ່ການປະຕິບັດກົດລະບຽບ ຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ ມານໍາໃຊ້ກ່ອນທີ່ຈະນໍາໄປໃຊ້ໃນຕົວຈິງໃນຊ່ວງປາຍປີ 2025. ລະບົບການປຽບທຽບນີ້ ໄດ້ນໍາໃຊ້ໂດຍຄະນະກໍາມະທິການ ເອີຣົບ ໃນວັນທີ 22 ພຶດສະພາ 2025 ເຊິ່ງໄດ້ຈັດປະເພດປະເທດຕ່າງໆໃນລະດັບຕໍ່າ, ມາດຕະຖານ ຫຼື ຄວາມສ່ຽງສູງ ໃນເລື່ອງການຕັດໄມ້ທໍາລາຍປ່າ.
ການປຽບທຽບນີ້ ໄດ້ປະເມີນບັນດາປະເທດໃນທົ່ວໂລກ ໂດຍພິຈາລະນາຈາກຄວາມສ່ຽງຂອງການທໍາລາຍປ່າໄມ້ ທີ່ກ່ຽວຂ້ອງກັບການຜະລິດສິນຄ້າ 7 ປະເພດທີ່ຢູ່ພາຍໃຕ້ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ (ງົວ, ໂກໂກ້, ກາເຟ, ນໍ້າມັນປາມ, ຢາງພາລາ, ຖົ່ວເຫຼືອງ ແລະ ຜະລິດຕະພັນໄມ້). ການຈັດປະເພດດັ່ງກ່າວ ຖືເປັນແນວທາງໃຫ້ບັນດາວິສາຫະກິດຕ່າງໆ ດໍາເນີນການກວດສອບ ແລະ ບັງຄັບໃຊ້ກົດລະບຽບຢ່າງມີປະສິດທິພາບ ເພື່ອໃຫ້ແນ່ໃຈວ່າຜະລິດຕະພັນເຫຼົ່ານີ້ ເມື່ອເອົາໄປຈໍາໜ່າຍຢູ່ສະຫະພາບ ເອີຣົບ ແລ້ວ ຈະບໍ່ມາຈາກພື້ນທີ່ໆຖືກຕັດໄມ້ທໍາລາຍປ່າ. ນອກຈາກນີ້ ຍັງຖືກອອກແບບມາ ເພື່ອກະຕຸ້ນໃຫ້ບັນດາປະເທດຕ່າງໆໃນໂລກຮັບຮອງເອົາການປະຕິບັດການກະເສດທີ່ຍືນຍົງຂຶ້ນ ແລະ ຫຼຸດຜ່ອນຜົນກະທົບຕໍ່ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າ.
ສປປ ລາວ ໄດ້ຮັບການຈັດໃຫ້ເປັນປະເທດທີ່ມີຄວາມສ່ຽງຕໍ່າ. ດັ່ງນັ້ນ, ໃນຂະນະທີ່ການນໍາເຂົ້າສິນຄ້າພາຍໃຕ້ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ ຈາກປະເທດລາວ ຈະຍັງຄົງຕ້ອງປະຕິບັດຕາມຂໍ້ກໍານົດຂອງກົດລະບຽບດັ່ງກ່າວ (ເຊັ່ນ: ຕ້ອງມາຈາກພື້ນທີ່ໆປ່າໄມ້ບໍ່ຖືກທໍາລາຍ ຫຼື ການເຊື່ອມໂຊມຂອງປ່າ ເລີ່ມແຕ່ວັນທີ 31 ທັນວາ 2020 ເປັນຕົ້ນມາ) ແຕ່ສິນຄ້າເຫຼົ່ານີ້ຈະຕ້ອງຜ່ານການກວດສອບຢ່າງເຂັ້ມງວດໜ້ອຍກວ່າ ເມື່ອທຽບກັບການນໍາເຂົ້າຈາກປະເທດທີ່ຢູ່ໃນລະດັບມາດຕະຖານ ຫຼື ປະເທດທີ່ມີຄວາມສ່ຽງສູງ.
ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ທ່ານ ມາກ ກາລາເຮີ ໄດ້ໃຫ້ຮູ້ວ່າ, “ນີ້ຖືເປັນຂ່າວທີ່ດີສໍາລັບ ສປປ ລາວ ແລະ ຜູ້ຜະລິດໃນປະເທດ ລາວ ທີ່ສົ່ງອອກກາເຟ, ໄມ້ ຫຼື ຢາງ ໄປເອີຣົບ. ການນໍາເຂົ້າສິນຄ້າຈາກປະເທດລາວ ສູ່ສະຫະພາບ ເອີຣົບ ຈະພົບກັບການກວດສອບໃນລະດັບຕໍ່າສຸດ. ສິ່ງນີ້ ຖືເປັນການສະແດງເຖິງຄວາມພະຍາຍາມຂອງປະເທດ ລາວ ໃນການຕໍ່ສູ້ກັບການທໍາລາຍປ່າໄມ້.” ທ່ານເອກອັກຄະລັດຖະທູດ ຍັງໃຫ້ຮູ້ຕື່ມອີກວ່າ, “ປັດຈຸບັນນີ້, ພວກເຮົາມຸ່ງຫວັງທີ່ຈະເຈລະຈາ ກ່ຽວກັບການຮ່ວມມືດ້ານປ່າໄມ້ລະຫວ່າງສະຫະພາບ ເອີຣົບ - ສປປ ລາວ ແລະ ເສີມສ້າງຄວາມຍືນຍົງຂອງຕ່ອງໂສ້ມູນຄ່າຂອງກາເຟ ແລະ ໄມ້ ເຊິ່ງເປັນສິ່ງທີ່ພວກເຮົາກໍາລັງລົງທຶນຢູ່ນີ້.”
ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ ມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະຫະພາບ ເອີຣົບ ຕໍ່ການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້ໃນທົ່ວໂລກ ເພື່ອສະໜັບສະໜູນການອະນຸລັກປ່າໄມ້, ການປົກປັກຮັກສາຊີວະນາໆພັນ, ການຕ້ານວິກິດການທາງດ້ານດິນຟ້າອາກາດ, ການຮັບປະກັນສະພາບສິ່ງແວດລ້ອມທີ່ດີໃຫ້ໂລກ ສຳລັບຄົນຮຸ້ນຫຼັງ.
ໃນເດືອນ ມິຖຸນາ 2023, ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ ໄດ້ມີຜົນບັງຄັບໃຊ້ ໂດຍໄດ້ກຳນົດໃຫ້ ຜະລິດຕະພັນກະສິກຳ ທີ່ນຳເຂົ້າ ແລະ ສົ່ງອອກຈາກຕະຫຼາດສະຫະພາບ ເອີຣົບ ແມ່ນຕ້ອງມາຈາກພື້ນທີ່ໆບໍ່ມີການທຳລາຍປ່າໄມ້ ຫຼື ບໍ່ໄດ້ເຮັດໃຫ້ປ່າໄມ້ເຊື່ອມໂຊມ. ໃນສະພາບການ ຂອງ ສປປ ລາວ, ອັນນີ້ກໍ່ໝາຍຄວາມວ່າ ທຸກໆຜົນຜະລິດຂອງສິນຄ້າບາງປະເພດເຊັ່ນ: ກາເຟ, ງົວ, ຜະລິດຕະພັນໄມ້ ແລະ ຢາງພາລາ ແມ່ນຕ້ອງສາມາດຕິດຕາມແຫຼ່ງທີ່ມາ ໄປຫາ ພື້ນທີ່ໆທໍາການຜະລິດ.
ກ່ຽວກັບລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ (EUDR):
ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້ (EUDR) ຖືເປັນຈຸດປ່ຽນຂອງການຕໍ່ສູ້ກັບການຕັດໄມ້ທໍາລາຍປ່າ ແລະ ການທໍາລາຍປ່າໄມ້ໃນທົ່ວໂລກ ໂດຍການຄວບຄຸມເຖິງການທໍາລາຍປ່າໄມ້ແບບຖືກກົດໝາຍ ແລະ ບໍ່ຖືກກົດໝາຍ. ລະບຽບການນີ້ໄດ້ຄວບຄຸມສິນຄ້າ 7 ປະເພດ (ຢາງພາລາ, ຜະລິດຕະພັນໄມ້, ງົວ, ນໍ້າມັນປາມ, ຖົ່ວເຫຼືອງ, ກາເຟ ແລະ ໂກໂກ້) ທີ່ຜະລິດໃນສະຫະພາບ ເອີຣົບ ຫຼື ໃນທົ່ວໂລກ ໂດຍກໍານົດໃຫ້ບັນດາວິສາຫະກິດຕ້ອງປະຕິບັດຕາມຄວາມເໝາະສົມ ແລະ ປະຕິບັດພັນທະດ້ານການກວດສອບຍ້ອນກັບທີ່ເຂັ້ມງວດ ເພື່ອຄວາມໂປ່ງໃສ່ຂອງຕ່ອງໂສ້ອຸປະທານຈາກການຜະລິດຂອງຕົນ ທີ່ກ່ຽວຂ້ອງກັບການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າ.
ເພື່ອຮຽນຮູ້ກ່ຽວກັບ ລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້:
ກ່ຽວກັບການປຽບທຽບລະບຽບການຂອງສະຫະພາບ ເອີຣົບ ວ່າດ້ວຍສິນຄ້າທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້: