ສະຫະພາບ ເອີຣົບ ປະຈຳ ສປປ ລາວ ສະເຫຼີມສະຫຼອງວັນເອີຣົບ ເພື່ອຢືນຢັນສາຍພົວພັນອັນແໜ້ນແຟ້ນ

ນະຄອນຫຼວງວຽງຈັນ, ວັນທີ 7 ພຶດສະພາ 2025 - ຄະນະຜູ້ແທນສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງວັນຖະແຫຼງການ ຊູມານ ທີ່ນໍາໄປສູ່ການສ້າງຕັ້ງສະຫະພາບ ເອີຣົບ ໃນປັດຈຸບັນ.

ວັນເອີຣົບ ເປັນວັນຄົບຮອບຂອງຖະແຫຼງການ ຊູມານ ເຊິ່ງໄດ້ຈັດຂຶ້ນໃນທຸກປີ ແລະ ໃນປີນີ້ ຖືວ່າມີຄວາມສໍາຄັນພິເສດ ເນື່ອງຈາກວ່າກົງກັບວັນຄົບຮອບທີ່ສໍາຄັນອື່ນໆອີກຫຼາຍວັນໄດ້ແກ່:

  • ວັນຄົບຮອບ 105 ປີ ວັນເກີດຂອງອະດີດປະທານ ໄກສອນ ພົມວິຫານ, • ວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ,
  • ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ,
  • ວັນຄົບຮອບ 80 ປີ ແຫ່ງການສິ້ນສຸດສົງຄາມໂລກຄັ້ງທີ ສອງ, ລວມທັງວັນຄົບຮອບ 80 ປີ ແຫ່ງໄຊຊະນະໃນເອີຣົບໃນອາທິດນີ້.

ບັນດາ​ເຫດການທີ່ສໍາຄັນເຫຼົ່າ​ນີ້ ແມ່ນຊ່ວງເວລາແຫ່ງການທົບທວນປະຫວັດສາດຮ່ວມກັນຂອງພວກເຮົາ ທີ່ໄດ້ເນັ້ນຢໍ້າເຖິງຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ທີ່ມີຕໍ່​ສັນຕິພາບ, ຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື ເຊິ່ງເປັນຫຼັກ​ການ​ສ້າງ​ຕັ້ງ​​ສະ​ຫະ​ພາບ​ ເອີ​ຣົບ​.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ສະຫະພາບ​ ເອີ​ຣົບ ໄດ້ກ່າວ​ວ່າ, “ສະຫະພາບ​ ເອີ​ຣົບ ຍັງຄົງມຸ່ງໝັ້ນ​ໃນການສົ່ງເສີມ​ສັນຕິພາບ, ລັດທິ​ຫຼາຍ​ຝ່າຍ ແລະ ​ລະບຽບ​ການ​ສາກົນ​ທີ່ອີງໃສ່ກົດເກນຕ່າງໆ ເຊິ່ງເປັນຄຸນຄ່າ​ທີ່​ພວກ​ເຮົາ​ມີຮ່ວມກັບ ສປປ ລາວ ​ແລະ ອາ​ຊຽນ. ເຖິງແມ່ນວ່າ ໃນໂລກຈະມີຄວາມສັບຊ້ອນ ແລະ ມີຂໍ້ຂັດແຍ້ງກັນຫຼາຍຂຶ້ນ, ພວກເຮົາຍັງເຊື່ອໃນຄວາມສາມັກຄີ, ໃນຄວາມຫຼາກຫຼາຍ ແລະ ຍຶດໝັ້ນຢ່າງໜັກແໜ້ນໃນຄຸນຄ່າສາກົນທີ່ພວກເຮົາຮ່ວມກັນສ້າງໃນສະຫະປະຊາຊາດຕັ້ງແຕ່ປີ 1945.”

ເມື່ອເບິ່ງໄປ​ຂ້າງ​ໜ້າ, ປີ 2025 ຍັງຈະ​ເປັນ​ປີ​ຄົບຮອບ 50 ປີ​ ແຫ່ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສະຫະພາບ ເອີຣົບ ​ແລະ ສປປ ລາວ. ສະຫະພາບ ເອີຣົບ ຍັງຄົງໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງ ທີ່ຈະເສີມສ້າງການຮ່ວມມືທີ່ໝັ້ນຄົງນີ້ ແລະ ຄົ້ນຄວ້າໃນບັນດາຂົງເຂດການຮ່ວມມືໃໝ່ໆ ເພື່ອສົ່ງເສີມການພັດທະນາແບບຍືນຍົງຂອງປະເທດ ລາວ.

ໃນ​ຂະນະ​ທີ່ສະຫະພາບ ເອີຣົບ ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ເອີ​ຣົບ, ພວກ​ເຮົາ​ຍັງໄດ້ສະ​ເຫຼີ​ມສະຫຼອງ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ຮ່ວມ​ມື​ຂອງພວກເຮົາ ກັບ ສປປ ລາວ ຢູ່ບົນ​ພື້ນຖານການ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ແລະ ມີ​ວິ​ໄສ​ທັດ​ຮ່ວມ​ກັນ​ ເພື່ອ​ສັນຕິພາບ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ອະນາຄົດ.

ພວກ​ເຮົາ​ສາ​ມາດຮ່ວມກັນຮັກສາຄຸນ​ຄ່າ​ຂອງ​ພວກ​ເຮົາ​ ແລະ​ ຢືນ​ຢັດ​ຢ່າງ​ເຂັ້ມ​ແຂງ​ ໃນ​ໂລກ​ທີ່​ເຕັມໄປດ້ວຍການ​ແຂ່ງ​ຂັນ ແລະ​ ຄວາມບໍ່​ໝັ້ນຄົງ.

Europe Day in Laos 1

Europe Day in Laos 2

Europe Day in Laos 3