ສະຫະພາບ ເອີຣົບ ສະເຫຼີມສະຫຼອງ 76 ປີ ແຫ່ງສັນຕິພາບ ແລະ ຄວາມສາມັກຄີໃນວັນເອີຣົບ
ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2026 – ໃນວັນທີ 7 ພຶດສະພາ, ຄະນະຜູ້ແທນສະຫະພາບ ເອີຣົບ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບບັນດາປະເທດສະມາຊິກສະຫະພາບ ເອີຣົບ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນເອີຣົບ. ວັນເອີຣົບ ແມ່ນກົງກັບວັນທີ 9 ພຶດສະພາ ຂອງທຸກໆປີ, ຖືເປັນວັນຄົບຮອບຂອງຖະແຫຼງການ “ຊູແມນ” ຄົບຮອບ 76 ປີ ເຊິິ່ງເປັນຂໍໍ້ສະເໜີຂອງທ່ານ ໂຣເບີດ ຊູແມນ, ລັດຖະມົນຕີຕ່າງປະເທດຂອງຝຣັັ່ງ, ກ່ຽວກັບການຮ່ວມມືລະຫວ່າງປະເທດໃນເອີຣົບ. ຂໍໍ້ສະເໜີຂອງທ່ານ ຊູແມນ ຖືວ່າເປັນຈຸດເລີິ່ມຕົ້ນຂອງ ສະຫະພາບ ເອີຣົບ ໃນປັດຈຸບັນ ແລະ ມີຂຶ້ນພຽງ 5 ປີ ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ໃນປີ 1950.
ຖະແຫຼງການອັນໂດດເດັ່ນຂອງທ່ານ ໂຣເບີດ ຊູແມນ ແມ່ນອີງໃສ່ສອງຫຼັກການພື້ນຖານຄື: ສັນຕິພາບ ແລະ ຄວາມສາມັກຄີ. ທ່ານ ໂຣເບີດ ຊູແມນ ແລະ ທ່ານ ຊູແມນ ແລະ ທ່ານອື່ນໆທີ່ເປັນລຸ້ນດຽວກັນ ຈາກປະເທດ ຝຣັັ່ງ, ເຢຍລະມັນ, ອີຕາລີ, ແບນຊິກ, ລຸກຊຳບວກ ແລະ ໂຮນລັງ ຕ່າງກໍ່ມີວິໄສທັດຮ່ວມກັນໃນການສ້າງທະວີບ ເອີຣົບ ໃຫ້ມີຄວາມສາມັກຄີ ແລະ ຢຸດຕິຄວາມຂັດແຍ້ງ ລະຫວ່າງບັນດາປະເທດໃນເອີຣົບ.
ວິໄສທັດຂອງພວກເຂົາ ແມ່ນຢາກໃຫ້ບັນດາປະເທດຕ່າງໆໃນເອີຣົບຮວບຮວມເອົາຊັບພະຍາກອນທາງຍຸດທະສາດຮ່ວມກັນ ເພື່ອເຮັດໃຫ້ສົງຄາມ ລະຫວ່າງຄູ່ແຂ່ງທາງປະຫວັດສາດໃນເວລານັ້ນເຊັ່ນ: ຝຣັ່ງ ແລະ ເຢຍລະມັນ ບໍ່ມີທາງຈະເກີດຂຶ້ນໄດ້ອີກ, ບໍ່ວ່າຈະເປັນໃນທາງຄວາມຄິດ ຫຼື ໃນທາງປະຕິບັດ.
ວິໄສທັດຂອງທ່ານ ຊູແມນ ໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ, ໂດຍເລີ່ມຈາກ 6 ປະເທດສະມາຊິກ ມາເປັນ 27 ປະເທດໃນປັດຈຸບັນ, ພ້ອມທັງມີອີກ 9 ປະເທດ ທີ່ກຳລັງສະໝັກເຂົ້າເປັນສະມາຊິກ ໂດຍໃນນັ້ນລວມມີ ອູແກຣນ. ຈຸດແຂງຂອງ ສະຫະພາບ ເອີຣົບ ແມ່ນຄວາມສາມາດໃນການດຶງດູດ ແລະ ສ້າງແຮງບັນດານໃຈໃຫ້ກັບຜູ້ອື່ນມາໂດຍຕະຫຼອດ. ການຂະຫຍາຍຕົວຂອງສະມາຊິກຍັງຄົງເປັນໜຶ່ງໃນເຄື່ອງມືທີ່ມີປະສິດທິພາບທີ່ສຸດຂອງເອີຣົບ ສໍາລັບການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນທົ່ວທະວີບເອີຣົບ.
ເພື່ອເປັນການສະເຫຼີມສະຫຼອງວັນເອີຣົບ, ຄະນະຜູ້ແທນສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງຢ່າງເປັນທາງການຂຶ້ນທີ່ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ພະນະທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກພາກສ່ວນລັດຖະບານແຫ່ງ ສປປ ລາວ, ເອກອັກຄະລັດຖະທູດ, ຫົວໜ້າອົງການຈັດຕັ້ງສາກົນ, ອົງການສະຫະປະຊາຊາດ ແລະ ແຂກຜູ້ມີກຽດອື່ນໆ.
EU in Laos
ງານດັ່ງກ່າວ ບໍ່ໄດ້ເປັນພຽງແຕ່ໂອກາດໃນການທົບທວນເຖິງຫຼັກການແຫ່ງສັນຕິພາບ ແລະ ຄວາມສາມັກຄີ ທີ່ນຳພາການລວມຕົວຂອງເອີຣົບມາຕັ້ງແຕ່ປີ 1950 ເທົ່ານັ້ນ ແຕ່ຍັງເປັນການຢືນຢັນຄືນໃໝ່ເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນ ແລະ ຍາວນານ ລະຫວ່າງ ສະຫະພາບ ເອີຣົບ ແລະ ສປປ ລາວ.
ໃນໂລກປັດຈຸບັນທີ່ມີການປ່ຽນແປງ ແລະ ເຕັມໄປດ້ວຍສິ່ງທ້າທາຍ, ສະຫະພາບ ເອີຣົບ ຍັງຄົງຍຶດໝັ້ນໃນຫຼັກການພື້ນຖານຂອງຕົນໃນການສ້າງຄູ່ຮ່ວມງານທີ່ເຂັ້ມແຂງ ແລະ ຍຸດຕິທຳ ນັບແຕ່ອາຟຣິກາ ຈົນເຖິງພາກພື້ນອິນໂດ-ປາຊີຟິກ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆຂອງໂລກ ເປັນຕົ້ນແມ່ນ ການປ່ຽນແປງສະພາບດິນຟ້າອາກາດ, ການຫັນເປັນດີຈີຕອນ ແລະ ແຮງກົດດັນທີ່ເພິ່ມຂຶ້ນຕໍ່ວຽກງານສິດທິມະນຸດ. ໃນຂະນະດຽວກັນກໍ່ຍັງປົກປ້ອງລະບຽບການສາກົນທີ່ອີງໃສ່ກົດໝາຍ ເຊິ່ງສະຫະພາບ ເອີຣົບ ໄດ້ມີບົດບາດສໍາຄັນໃນການຮ່ວມສ້າງຕະຫຼອດຫຼາຍປີທີ່ຜ່ານມາ.
EU in Laos
ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາທຸກຄົນລ້ວນແຕ່ໄດ້ຮັບຄວາມເຂັ້ມແຂງຈາກການເປັນຄູ່ຮ່ວມງານ. ເອີຣົບ ຈະຍັງຄົງເປັນຄູ່ຮ່ວມງານທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ ຂອງ ສປປ ລາວ ໃນດ້ານການຮ່ວມມື, ການເຄົາລົບກົດໝາຍສາກົນ, ການແລກປ່ຽນເຊິ່ງກັນ ແລະກັນ ແລະ ກຽດສັກສີຂອງຄວາມເປັນມະນຸດ. ວັນເອີຣົບ ບໍ່ໄດ້ເປັນພຽງການສະເຫຼີມສະຫຼອງຄວາມເປັນເອກະພາບຂອງເອີຣົບເທົ່ານັ້ນ ແຕ່ຍັງເປັນການສະເຫຼີມສະຫຼອງການເປັນຄູ່ຮ່ວມງານອັນຍືນຍົງຂອງພວກເຮົາໃນທົ່ວໂລກອີກດ້ວຍ.”
ໃນຂະນະທີ່ ສະຫະພາບ ເອີຣົບ ພວມກ້າວໄປຂ້າງໜ້າດ້ວຍຄວາມມຸ່ງໝັ້ນຕໍ່ການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືສາກົນ, ວັນເອີຣົບ ໄດ້ເປັນສິ່ງເຕືອນໃຈໃຫ້ເຫັນວ່າ ສິ່ງທ້າທາຍຮ່ວມກັນຕ້ອງໄດ້ຮັບການແກ້ໄຂດ້ວຍວິທີການຮ່ວມກັນ ແລະ ຄວາມເປັນເອກະພາບ ຍັງຄົງເປັນຈຸດແຂງອັນຍິ່ງໃຫຍ່ທີ່ສຸດຂອງເອີຣົບ.
EU in Laos
ກ່ຽວກັບວັນເອີຣົບ:
ວັນທີ 9 ພຶດສະພາ, ສະຫະພາບ ເອີຣົບ ສະເຫຼີມສະຫຼອງການເດີນທາງຈາກທະວີບທີ່ມີຄວາມຂັດແຍ່ງ ສູ່ການເປັນສະຫະພາບທີ່ສ້າງຂຶ້ນບົນພື້ນຖານແຫ່ງສັນຕິພາບ, ຄວາມສາມັກຄີ ແລະ ຄວາມກ້າວໜ້າຮ່ວມກັນ. ວັນເອີຣົບ ເປັນສິ່ງເຕືອນໃຈໃຫ້ເຫັນວ່າ ການຮ່ວມມືລະຫວ່າງປະເທດສາມາດສ້າງອະນາຄົດທີ່ໝັ້ນຄົງ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຍິ່ງຂຶ້ນໃຫ້ແກ່ທຸກຄົນ.
ຮຽນຮູ້ຂໍ້ມູນເພີ່ມເຕີມໄດ້ທີ່: https://www.eeas.europa.eu/delegations/lao-pdr/celebration-europe-day-2026_en?s=183&page_lang=lo