ສະຫະພາບ ເອີຣົບ ແລະ ສປປ ລາວ ເສີມສ້າງສາຍພົວພັນຜ່ານການປຶກສາຫາລືດ້ານການທ່ອງທ່ຽວແບບຍືນຍົງ ທີ່ ແຂວງ ຫຼວງພະບາງ

ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈໍາ ສປປ ລາວ, ໄດ້ຈັດງານສົນທະນາທຸລະກິດ ແລະ ການສ້າງເຄືອຂ່າຍ (EU-Laos Business Talk & Networking) ຂຶ້ນ ເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີ ແຫ່ງສາຍພົວພັນ ສປປ ລາວ - ສະຫະພາບ ເອີຣົບ.

ງານດັ່ງກ່າວ ໄດ້ລວບລວມເອົາພາກລັດ, ພາກທຸລະກິດຂອງເອີຣົບ ແລະ ສປປ ລາວ, ຜູ້ຊ່ຽວຊານດ້ານການທ່ອງທ່ຽວ, ແລະ ຄູ່ຮ່ວມພັດທະນາມາຮ່ວມກັນ ເພື່ອປຶກສາຫາລື ກ່ຽວກັບໂອກາດ ແລະ ສິ່ງທ້າທາຍຕ່າງໆໃນຂະແໜງການທ່ອງທ່ຽວ ແລະ ຂະແໜງການໂຮງແຮມ.

ຫຼວງພະບາງ ເປັນເມືອງມໍລະດົກໂລກ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ຍ້ອນການປະສົມປະສານທີ່ສວຍງາມຂອງທໍາມະຊາດ ແລະ ມໍລະດົກທາງດ້ານຈິດວິນຍານ ເຊິ່ງຖືກໃຊ້ເປັນຫົວຂໍ້ພື້ນຖານໃນການສົນທະນາທີ່ເນັ້ນໃສ່ການດຶງດູດການລົງທຶນແບບຍືນຍົງ, ການປັບປຸງຄຸນນະພາບການບໍລິການ ແລະ ການວາງຕໍາແໜ່ງເມືອງໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຊັ້ນນໍາ, ທັງໝົດນີ້ ເພື່ອຮັກສາເອກະລັກທາງດ້ານວັດທະນະທໍາ ແລະ ສິ່ງແວດລ້ອມ.

ບັນດາວິທະກອນຂອງພວກເຮົາ ຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການທ່ອງທ່ຽວແບບຍືນຍົງ ແລະ ລວມສູນ ເຊິ່ງເປັນກຸນແຈທີ່ສໍາຄັນໃນການຂັບເຄື່ອນການເຕີບໂຕສີຂຽວ, ການສ້າງວຽກເຮັດງານທໍາ ແລະ ການຮັກສາວັດທະນະທໍາ. ສະຫະພາບ ເອີຣົບ ຍັງໄດ້ຢືນຢັນເຖິງຄໍາໝັ້ນສັນຍາທີ່ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາອຸດສາຫະກໍາການທ່ອງທ່ຽວແບບຢືດຢຸ່ນ ຜ່ານແນວຄິດລິເລີ່ມທີ່ສົ່ງເສີມແນວທາງການປະຕິບັດທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ, ການລົງທຶນທີ່ມີຄວາມຮັບຜິດຊອບ ແລະ ການພັດທະນາສີມືແຮງງານ. ຄວາມພະຍາຍາມເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນເຖິງການຮ່ວມມືຢ່າງກວ້າງຂວາງຂອງສະຫະພາບ ເອີຣົບ ກັບ ສປປ ລາວ ໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ການເສີມສ້າງສາຍພົວພັນລະຫວ່າງປະຊາຊົນ ກັບ ປະຊາຊົນ.

ພາຍຫຼັງການສົນທະນາ, ຜູ້ເຂົ້າຮ່ວມຍັງໄດ້ເຂົ້າຮ່ວມງານສ້າງເຄືອຂ່າຍ ເພື່ອແລກປ່ຽນປະສົບການກ່ຽວກັບບັນດາໂອກາດທາງທຸລະກິດ ແລະ ເສີມສ້າງສາຍພົວພັນຄູ່ຮ່ວມງານທຸລະກິດລະຫວ່າງ ເອີຣົບ ແລະ ສປປ ລາວ ອີກດ້ວຍ.

ງານໃນຄັ້ງນີ້ ໄດ້ເນັ້ນໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືທີ່ໝັ້ນຄົງລະຫວ່າງ ສະຫະພາບ ເອີຣົບ ແລະ ສປປ ລາວ, ໃນຂະນະທີ່ຄູ່ຮ່ວມງານທັງສອງຝ່າຍໄດ້ຮ່ວມກັນຕັ້ງໜ້າກ້າວໄປສູ່ອະນາຄົດທີ່ເປັນສີຂຽວຍືນຍົງ ແລະ ເນັ້ນໃສ່ປະຊາຊົນຫຼາຍຂຶ້ນ.