ສະເຫຼີມສະຫຼອງວັນເອີຣົບ 2026
ວັນເອີຣົບ ແມ່ນຫຍັງ?
ວັນທີ 9 ພຶດສະພາ ຂອງທຸກໆປີ, ສະຫະພາບ ເອີຣົບ ໄດ້ສະເຫຼີມສະຫຼອງ ວັນເອີຣົບ. ວັນນີ້ ຖືເປັນວັນແຫ່ງສັນຕິພາບ ແລະ ຄວາມເປັນເອກະພາບໃນເອີຣົບ ເຊິ່ງຖືເປັນໂອກາດໃນການທົບທວນຄືນເຖິງເສັ້ນທາງຂອງບັນດາປະເທດ ທີ່ເຄີຍມີຄວາມຂັດແຍ່ງກັນໃນອະດີດໄດ້ຫັນມາເລືອກເອົາການຮ່ວມມື, ການເປັນຄູ່ຮ່ວມງານ ແລະ ສ້າງຄວາມກ້າວໜ້າຮ່ວມກັນ.
ວັນເອີຣົບ ແມ່ນຈັດຂຶ້ນເພື່ອລະນຶກເຖິງຖະແຫຼງການ Schuman ອັນເປັນປະຫວັດສາດ ໃນວັນທີ 9 ພຶດສະພາ 1950. ໃນວັນດັ່ງກ່າວ, ທ່ານ Robert Schuman, ລັດຖະມົນຕີຕ່າງປະເທດຂອງຝຣັ່ງ ໄດ້ສະເໜີຮູບແບບໃໝ່ຂອງການຮ່ວມມືທາງດ້ານການເມືອງໃນເອີຣົບ. ແນວຄວາມຄິດຂອງເພິ່ນ ແມ່ນລຽບງ່າຍແຕ່ຊົງພະລັງຄື: ລວບລວມເອົາບັນດາປະເທດໃນເອີຣົບຮ່ວມມືກັນໃນອຸດສາຫະກຳຫຼັກ ໂດຍສະເພາະຖ່ານຫີນ ແລະ ເຫຼັກກ້າ ເຊິ່ງຈະມີໂອກາດໜ້ອຍລົງໃນການເຮັດສົງຄາມຕໍ່ກັນ. ຂໍ້ສະເໜີນີ້ໄດ້ນຳ ໄປສູ່ການສ້າງຕັ້ງປະຊາຄົມເອີຣົບແຫ່ງທຳ ອິດ ໂດຍການລວມຕົວຂອງ 6 ປະເທດ ເພື່ອບໍລິຫານຈັດການອຸດສາຫະກຳ ເຫຼົ່ານັ້ນຮ່ວມກັນ. ສິ່ງດັ່ງກ່າວໄດ້ກາຍມາເປັນຮາກຖານໃຫ້ແກ່ສະຫະພາບ ເອີຣົບ ໃນປັດຈຸບັນ.
ວັນເອີຣົບ ໄດ້ຖືກຈັດຂຶ້ນຢ່າງເປັນທາງການນັບຕັ້ງແຕ່ປີ 1985 ເປັນຕົ້ນມາ ເຊິ່ງແມ່ນປີທີ່ບັນດາຜູ້ນຳ ຂອງສະຫະພາບ ເອີຣົບໄດ້ຕົກລົງກຳນົດເອົາວັນທີ 9 ພຶດສະພາ ເປັນສັນຍະລັກແຫ່ງຄວາມເປັນເອກະພາບ ແລະ ການຮ່ວມມືຂອງເອີຣົບ.
EU in Laos
ຮຽນຮູ້ເພີ່ມຕື່ມກ່ຽວກັບປະຫວັດຄວາມເປັນມາຂອງ ວັນເອີຣົບ: