ເທດສະການຮູບເງົາເອີຣົບ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ສປປ ລາວ

ເທດສະການຮູບເງົາເອີຣົບ ຄັ້ງທີ IV ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ ເຊິ່ງຖືເປັນມື້ທຳອິດຂອງການສະເຫຼີມສະຫຼອງການແລກປ່ຽນວັດທະນະທຳເອີຣົບ ຜ່ານການສາຍຮູບເງົາ ທີ່ຈະໄດ້ດຳເນີນເປັນເວລາ 5 ວັນ. ພິທີ​ເປີດ​ ງານເທດສະການຮູບເງົາເອີຣົບ ໄດ້ຈັດຂຶ້ນ​ ທີ່​ສະ​ຖາ​ບັນ​ຝຣັ່ງ ເຊິ່ງຕັ້ງຢູ່​ຖະໜົນ​ ລ້ານ​ຊ້າງ, ​ພາຍໃນງານໄດ້ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ລັດຖະບານ​ແຫ່ງ ສປປ ລາວ, ບັນດານັກການ​ທູດ ​ແລະ ພົນລະ​ເມືອງ​ລາວ ​ລວມທັງ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ເຂົ້າ​ຮ່ວມ.

ເທດສະການນີ້ຈັດຂຶ້ນໂດຍ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ຜ່ານການຮ່ວມມືຢ່າງໃກ້ຊິດກັບ ກົມຮູບເງົາ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເທດສະການດັ່ງກ່າວ ໄດ້ນຳສະເໜີຮູບເງົາຈາກທົ່ວພາກພື້ນເອີຣົບ. ຈຸດປະສົງ ເພື່ອຮັດແໜ້ນສາຍພົວພັນທາງດ້ານວັດທະນະທຳ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ ຢ່າງເລິກເຊິ່ງ ລະຫວ່າງ ເອີຣົບ ແລະ ສປປ ລາວ.

ເທດສະການຮູບເງົາເອີຣົບຄັ້ງນີ້ ເປີດໂອກາດໃຫ້ຜູ້ຊົມໄດ້ເພີດເພີນກັບຮູບເງົາ ຈາກຫຼາຍປະເທດໃນເອີຣົບ​ ເຊິ່ງລວມມີບາງປະເທດສະມາຊິກ ສະຫະພາບ ເອີຣົບ ແລະ ບາງປະເທດທີ່ບໍ່ແມ່ນສະມາຊິກ ແຕ່ມີມໍລະດົກທາງດ້ານວັດທະນະທຳອັນດຽວກັນ.

ພວກເຮົານຳສະເໜີຮູບເງົາຈາກ ສາທາລະນະລັດ ເຊັກ, ດານມາກ, ແຟງລັງ, ຝຣັ່ງ, ເຢຍລະມັນ, ອຽກລັງ, ລຸກຊຳບວກ, ຊູແອັດ, ສະວິດ, ອູແກຣນ ແລະ ສະຫະຣາຊະອານາຈັກ. ຮູບເງົາເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງທາງດ້ານປະຫວັດສາດ, ຄຸນຄ່າທາງດ້ານວັດທະນະທຳ ແລະ ປະສົບການຊີວິດ ຂອງສັງຄົມຕ່າງໆໃນເອີຣົບ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງວີຖີການດຳລົງຊີວິດໃນທົ່ວທະວີບເອີຣົບ.

ຜູ້ຊົມຈະເພີດເພີນກັບຫຼາກຫຼາຍຮູບເງົາທີ່ເປັນນິຍາຍ, ສາລະຄະດີ ແລະ ກາຕູນ ເຊິ່ງເໝາະສຳລັບຜູ້ຊົມທຸກເພດທຸກໄວ.

ຮູບເງົາຈະສາຍໃນພາສາຕົ້ນສະບັບ ພ້ອມຄຳບັນຍາຍພາສາລາວ ແລະ ພາສາອັງກິດ. ຮູບເງົາທຸກເລື່ອງ ແມ່ນເປີດໃຫ້ທຸກຄົນເຂົ້າຊົມຟຣີ ໂດຍບໍ່ເສຍຄ່າ.

ໃນພິທີເປີດ, ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ໃຫ້ຮູ້ວ່າ: “ເທດສະການຮູບເງົາເອີຣົບຄັ້ງນີ້ ບໍ່ພຽງແຕ່ເປັນການສາຍຂອງຮູບເງົາເທົ່ານັ້ນ, ແຕ່ມັນເປັນປະຕູສູ່ທະວີບ ເອີຣົບ, ເປັນເວທີແລກປ່ຽນເລື່ອງລາວທີ່ດີ ແລະ ເປັນຂົວຕໍ່ ລະຫວ່າງ ພາກພື້ນເອີຣົບ ແລະ ສປປ ລາວ.” 

ເທດສະການຮູບເງົາເອີຣົບ ຈະດຳເນີນນັບແຕ່ວັນທີ 14 ຫາ 18 ພຶດສະພາ ໂດຍແຕ່ລະມື້ຈະມີການສາຍຮູບເງົາທີ່ແຕກຕ່າງກັນ ທີ່ ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ. ຂໍເຊີນທ່ານຮ່ວມເດີນທາງໄປກັບພວກເຮົາ ເຊິ່ງຈະເປັນການເດີນທາງທີ່ມ່ວນຊື່ນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ເອີຣົບ ແລະ ສປປ ລາວ.

European Film Festival in Laos

European Film Festival in Laos