ເອກອັກຄະລັດຖະທູດສະຫະພາບ ເອີຣົບ ໄດ້ຮ່ວມແບ່ງປັນຄວາມຕື່ນເຕັ້ນໃນອາທິດເປີດສົກຮຽນໃໝ່

Back-to-School

ນະຄອນຫຼວງວຽງຈັນ, ວັນທີ 03 ກັນຍາ 2025 – ໃນຂະນະທີ່ຫ້ອງຮຽນໃນທົ່ວປະເທດລາວ ມີບັນຍາກາດຄວາມຄຶກຄື້ນໄປດ້ວຍຄວາມຕື່ນເຕັ້ນຂອງການເປີດສົກຮຽນໃໝ່, ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມ ໂຮງຮຽນມັດທະຍົມຕອນປາຍມິດຕະພາບ ວຽງຈັນ-ໂຮ່ຈິມິນ ເພື່ອສະເຫຼີມສະຫຼອງການເປີດສົກຮຽນໃໝ່.

ການຢ້ຽມຢາມຄັ້ງນີ້ ໄດ້ມີການສົ່ງມອບຜົນງານສິນລະປະຮູບແຕ້ມ “ດິນແດນແຫ່ງຄວາມສຸກ” ຢ່າງເປັນທາງການ ເຊິ່ງເປັນຜົນງານຂອງສິນລະປິນໄວໜຸ່ມ ລາວ Chare Chavic. ຜົນງານຊິ້ນນີ້ໄດ້ຖືກນໍາມາຕົກສໍານັກງານສະຫະພາບ ເອີຣົບ ຢູ່ນະຄອນຫຼວງວຽງຈັນ ໃນປີ 2024 ເຊິ່ງເປັນສ່ວນໜຶ່ງຂອງງານວາງສະແດງການສຳຫຼວດແນວຄວາມຄິດຂອງສິນລະປິນລາວຮຸ່ນໃໝ່ ທີ່ມີຕໍ່ເອີຣົບ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນກັບຜູ້ບໍລິຫານໂຮງຮຽນກ່ຽວກັບແຜນການປະຕິຮູບຂະແໜງການສຶກສາ. ນອກຈາກນັ້ນ ກໍ່ຍັງໄດ້ຮ່ວມໂອ້ລົມກັບບັນດານ້ອງນັກຮຽນດ້ວຍບັນຍາກາດເບີກບານມ່ວນຊື່ນ ພ້ອມທັງຕອບຄຳຖາມທີ່ນ້ອງນັກຮຽນຜູ້ທີ່ມີຄວາມສົນໃຈກ່ຽວກັບການສຶກສາ, ເອີຣົບ ແລະ ການສະໜັບສະໜູນຂອງສະຫະພາບ ເອີຣົບ ທີ່ມີຕໍ່ ສປປ ລາວ.

“ການສຶກສາ ແມ່ນຫົວໃຈສໍາຄັນຂອງການຮ່ວມມືຂອງພວກເຮົາ ກັບ ສປປ ລາວ. ດ້ວຍການສະໜັບສະໜູນຂະແໜງການສຶກສາມີຄຸນນະພາບ ແລະ ແບບມີສ່ວນຮ່ວມ, ພວກເຮົາມຸ່ງໝັ້ນທີ່ຈະເສີມສ້າງສັກກາຍະພາບໃຫ້ກັບຮຸ່ນຕໍ່ໄປ,” ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນຢໍ້າ. “ການສົ່ງເສີມການສຶກສາຂອງພວກເຮົາ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອຂອງສະຫະພາບ ເອີຣົບ ທີ່ວ່ານັກຮຽນໃນມື້ນີ້ ຄືຜູ້ຂັບເຄື່ອນຂອງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອະນາຄົດ."

ສະຫະພາບ ເອີຣົບ ມີການເຄື່ອນໄຫວຢ່າງເລິກເຊິ່ງໃນຂະແໜງການສຶກສາຂອງປະເທດລາວ. ໂຄງການຮ່ວມມືດ້ານການສຶກສາ ແລະ ທັກສະ ເພື່ອການເຕີບໂຕສີຂຽວ ລວມມູນຄ່າ 52 ລ້ານ ເອີໂຣ ພວກເຮົາໄດ້ຮ່ວມມືກັບລັດຖະບານ ເພື່ອປັບປຸງການເຂົ້າເຖິງການສຶກສາຢ່າງສະເໝີພາບ, ຊຸກຍູ້ການຝຶກອົບຮົມທັກສະໃຫ້ແກ່ວຽກງານ ແລະ ເພີ່ມທະວີການປົກຄອງໃນຂະແໜງການດັ່ງກ່າວ. ດ້ວຍວິທີນີ້, ສະຫະພາບ ເອີຣົບ ກໍາລັງຊ່ວຍໃຫ້ໄວໜຸ່ມລາວໄດ້ພັດທະນາທັກສະທີ່ຈຳເປັນ ເພື່ອການພັດທະນາເສດຖະກິດແບບຂຽວ ແລະ ດິຈິຕອນ.

ນອກຈາກນີ້, ຍັງມີໂຄງການລິເລີ່ມຕ່າງໆເຊັ່ນ ໂຄງການທັກສະການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ຂອງສະຫະພາບ ເອີຣົບ ເຊິ່ງເປັນໂຄງການຮ່ວມທຶນກັບລຸກຊໍາບວກ ແລະ ສະວິດ ເຊິ່ງເປັນການເປີດກວ້າງໂອກາດໃຫ້ແກ່ໄວໜຸ່ມ ໂດຍສະເພາະແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດອີກດ້ວຍ.

ການຢ້ຽມຢາມ ຖືເປັນການເພີ່ມສີສັນ ແລະ ແຮງບັນດານໃຈໃຫ້ແກ່ການເລີ່ມຕົ້ນສົກຮຽນໃໝ່. ເປັນການຢໍ້າເຕືອນທ່ານເອກອັກຄະລັດຖະທູດ, ຄູອາຈານ ແລະ ບັນດານ້ອງນັກຮຽນວ່າການຮຽນຮູ້ບໍ່ໄດ້ຂຶ້ນຢູ່ກັບໜັງສື ແລະ ຫ້ອງຮຽນພຽງຢ່າງດຽວ ແຕ່ຍັງລວມເຖິງຄວາມຄິດສ້າງສັນ, ວັດທະນະທໍາ ແລະ ການເຊື່ອມໂຍງອີກດ້ວຍ.