ການແຂ່ງຂັນປະກວດພາບຖ່າຍ: ສັບປະດາສີຂຽວ ຂອງສະຫະພາບ ເອີຣົບ ປະຈຳປີ 2026
ເນື່ອງໃນໂອກາດສະເຫຼີມສະຫຼອງ ສັບປະດາສີຂຽວ ຂອງສະຫະພາບ ເອີຣົບ ປະຈຳປີ 2026, ຄະນະຜູ້ແທນສະຫະພາບ ເອີຣົບ ປະຈຳ ສປປ ລາວ ຂໍເຊີນຊວນຊ່າງພາບ, ມວນຊົນ, ເຍົາວະຊົນ, ຜູ້ທີ່ຮັກສິ່ງແວດລ້ອມ, ເຊັ່ນດຽວກັນກັບສາທາລະນະຊົນທົ່ວໄປ ເຂົ້າຮ່ວມການແຂ່ງຂັນປະກວດພາບຖ່າຍ ພາຍໃຕ້ຫົວຂໍ້: "ຊຸມຊົນທີ່ປາສະຈາກປລາສະຕິກແບບຍືນຍົງ ແລະ ການມີສ່ວນຮ່ວມຂອງທຸກຄົນ".
ກ່ຽວກັບຫົວຂໍ້ ແລະ ຄວາມໝາຍຄວາມສໍາຄັນ
ມົນລະພິດຈາກປລາສະຕິກ ຍັງຄົງເປັນໜຶ່ງໃນສິ່ງທ້າທາຍທາງດ້ານສິ່ງແວດລ້ອມທີ່ຮີບດ່ວນທີ່ສຸດໃນປັດຈຸບັນ ເຊິ່ງສົ່ງຜົນກະທົບຕໍ່ລະບົບນິເວດ, ສຸຂະພາບຂອງສາທາລະນະຊົນ ແລະ ການດໍາລົງຊີວິດຂອງຊຸມຊົນ. ແນວໃດກໍຕາມ, ຢູ່ທົ່ວ ສປປ ລາວ, ທັງບຸກຄົນ, ເຄືອຂ່າຍຊຸມຊົນ, ກຸ່ມເຍົາວະຊົນ, ແລະ ພາກສ່ວນເອກະຊົນ ຕ່າງກໍກຳລັງສະແດງໃຫ້ເຫັນວ່າ ການຫັນປ່ຽນໄປສູ່ອະນາຄົດທີ່ສະອາດ ແລະ ຂຽວສົດງົດງາມກວ່າເກົ່ານັ້ນ ສາມາດເປັນໄປໄດ້.
ການແຂ່ງຂັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຖ່າຍພາບເທົ່ານັ້ນ, ແຕ່ແມ່ນໂອກາດໃນການເລົ່າເລື່ອງລາວຂອງການລົງມືເຮັດ, ຄວາມສາມັກຄີ ແລະ ຄວາມຫວັງ.
- ຄວາມຍືນຍົງ: ສ່ອງແສງໃຫ້ເຫັນເຖິງວິທີການແກ້ໄຂບັນຫາແບບເສດຖະກິດໝູນວຽນໃນຊຸມຊົນ, ການຫຼຸດຜ່ອນການນໍາໃຊ້ປລາສະຕິກທີ່ໃຊ້ຄັ້ງດຽວທົ່ວໄປ, ນະວັດຕະກໍາການແຍກຂີ້ເຫຍື້ອ ແລະ ການປະຕິບັດທີ່ເປັນມິດກັບທໍາມະຊາດ ເພື່ອປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະ ຮັກສາລະບົບນິເວດໃຫ້ຄົງຢູ່ສູ່ຄົນຮຸ່ນຫຼັງ.
- ການມີສ່ວນຮ່ວມຂອງທຸກຄົນ: ເນັ້ນໃສ່ຄວາມສໍາຄັນທີ່ວ່າ ການປົກປັກຮັກສາສິ່ງແວດລ້ອມແມ່ນໜ້າທີ່ຂອງທຸກຄົນ. ການຫັນປ່ຽນໄປສູ່ຊຸມຊົນທີ່ປາສະຈາກປລາສະຕິກ ຕ້ອງອາໄສການມີສ່ວນຮ່ວມຈາກທຸກພາກສ່ວນໃນສົງຄົມ, ບໍ່ວ່າຈະເປັນແມ່ຍິງ, ເຍົາວະຊົນ, ຊຸມຊົນເຂດຊົນນະບົດ ແລະ ກຸ່ມຄົນຕ່າງໆ ໂດຍບໍ່ປະຖິ້ມໃຜໄວ້ທາງຫຼັງ ໃນການຮ່ວມມືກັນດູແລຮັກສາສິ່ງແວດລ້ອມ.
ຜ່ານການຖ່າຍທອດພາບຖ່າຍເຫຼົ່ານີ້, ຜູ້ເຂົ້າຮ່ວມຈະໄດ້ມີສ່ວນຮ່ວມໃນການສະແດງໃຫ້ເຫັນວ່າ ການລົງມືເຮັດຕົວຈິງຂອງຊຸມຊົນທ້ອງຖິ່ນ ສາມາດສ້າງຄວາມປ່ຽນແປງທີ່ຍິ່ງໃຫຍ່ໃຫ້ກັບສິ່ງແວດລ້ອມໃນລະດັບໂລກໄດ້.
ລາຍລະອຽດ ແລະ ເງື່ອນໄຂ
- ຜູ້ທີ່ມີສິດເຂົ້າຮ່ວມ: ເປີດກວ້າງໃຫ້ບຸກຄົນທີ່ອາໄສຢູ່ ສປປ ລາວ (ທຸກເພດ, ທຸກໄວ, ທຸກສັນຊາດ ຫຼື ທຸກອາຊີບ).
- ອຸປະກອນ: ສາມາດນໍາໃຊ້ກ້ອງຖ່າຍຮູບຈາກ ໂທລະສັບມືຖື, ກ້ອງດີຈິຕອນ ຫຼື ກ້ອງ DSLR.
- ຈຳນວນຜົນງານ: ສົ່ງຮູບໄດ້ສູງສຸດ 2 ຮູບ/ຄົນ. ຕ້ອງສະໝັກເປັນລາຍບຸກຄົນເທົ່ານັ້ນ (ການສະໝັກເປັນກຸ່ມຈະບໍ່ຖືກພິຈາລະນາ).
ຮູບແບບຜົນງານ
- ຄວາມສອດຄ່ອງ: ພາບຖ່າຍຕ້ອງສອດຄ່ອງກັບຫົວຂໍ້ຂອງການແຂ່ງຂັນຢ່າງຊັດເຈນ.
- ຮູບແບບ ແລະ ຂະໜາດໄຟລ໌: ໄຟລ໌ JPEG ຫຼື PNG ທີ່ມີຄວາມລະອຽດສູງ, ຂະໜາດ 3 MB ຫາ 10 MB.
- ຄວາມລະອຽດການພິມ: ຂັ້ນຕໍ່າ 300 DPI (ອັດຕາສ່ວນ 3:2 ຫຼື 4:3) ເພື່ອຮັບປະກັນຄຸນນະພາບການພິມ ສຳລັບຈັດສະແດງໃນຂະໜາດ A4 ຫາ A2 ໂດຍບໍ່ແຕກ.
- ຄວາມເປັນຕົ້ນສະບັບ ແລະ ລິຂະສິດ: ຕ້ອງເປັນພາບຖ່າຍຕົ້ນສະບັບ ແລະ ບໍ່ຕິດລິຂະສິດ. ຜູ້ທີ່ຊະນະຕົກລົງທີ່ຈະໂອນກຳມະສິດພາບຖ່າຍໃຫ້ກັບ ຄະນະຜູ້ແທນສະຫະພາບ ເອີຣົບ ເພື່ອໃຊ້ໃນວຽກງານການທູດສາທາລະນະ.
- ຂໍ້ຫ້າມ: ຫ້າມໃຊ້ AI (ປັນຍາປະດິດ) ໃນການສ້າງ ຫຼື ຕົບແຕ່ງພາບຢ່າງເດັດຂາດ.
ກຳນົດເວລາດຳເນີນງານ
- ປິດຮັບຜົນງານ: ວັນທີ 28 ກັນຍາ 2026, ເວລາ 23:59 ນາທີ (GMT+7, ເຂດເວລາ ຈາກາຕາ/ວຽງຈັນ).
- ປະກາດຜົນ ແລະ ມອບລາງວັນ: ວັນທີ 02 ຕຸລາ 2026.
- ຈັດສະແດງ 30 ຜົນງານທີ່ຖືກຄັດເລືອກ: ວັນທີ 02 – 08 ຕຸລາ 2026 (ທີ່ສູນການຄ້າ ພາກຊັນ, ນາກາມໍ, ຊັ້ນ 1).
ລາງວັນ ແລະ ການຍ້ອງຍໍ
ຜູ້ເຂົ້າຮ່ວມທີ່ໄດ້ຮັບການຄັດເລືອກ ຈະໄດ້ຮັບໂອກາດໃນການເຜີຍແຜ່ຜົນງານສູ່ສາຍຕາມວນຊົນທັງໃນ ແລະ ຕ່າງປະເທດ:
- ລາງວັນ ແລະ ໃບຍ້ອງຍໍ: ຜູ້ຊະນະຈະໄດ້ຮັບລາງວັນລວມມູນຄ່າສູງເຖິງ 22,000,000 ກີບ, ພ້ອມໃບຍ້ອງຍໍຈາກ ທ່ານ ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ.
- ການຈັດສະແດງນິທັດສະການ: 30 ຜົນງານທີ່ຖືກຄັດເລືອກຈະຖືກນຳໄປຈັດສະແດງຕໍ່ສາທາລະນະຊົນ ທີ່ສູນການຄ້າ ພາກຊັນ ໃນລະຫວ່າງ ສັບປະດາສີຂຽວ ຂອງສະຫະພາບ ເອີຣົບ 2026.
- ການຕີພິມໃນປະຕິທິນຂອງສະຫະພາບ ເອີຣົບ ປະຈຳປີ 2027: ພາບຖ່າຍທີ່ຊະນະ ແລະ ໄດ້ຮັບການຄັດເລືອກ ຈະຖືກນຳໄປໃຊ້ໃນການຜະລິດ ປະຕິທິນຂອງສະຫະພາບ ເອີຣົບ ປະຈຳປີ 2027 (EU Calendar 2027) ເຊິ່ງຈະຖືກແຈກຢາຍໃນເຄືອຂ່າຍການທູດ, ອົງການຈັດຕັ້ງພັນທະມິດ ແລະ ເວທີສາທາລະນະ.
ວິທີການສະໝັກ
ເພື່ອສົ່ງພາບຖ່າຍຂອງທ່ານ, ກະລຸນາຕື່ມແບບຟອມສະໝັກ ແລະ ສົ່ງຜົນງານຜ່ານລິ້ງລຸ່ມນີ້:
ແບບຟອມການແຂ່ງຂັນພາບຖ່າຍ | ສັບປະດາສີຂຽວ ຂອງສະຫະພາບ ເອີຣົບ ປະຈໍາປີ 2026