ກ້າວທີ່ຮັກໂລກ: ແລ່ນເພື່ອໂລກທີ່ປາສະຈາກປລາສະຕິກ
ສະສົມກ້າວແລ່ນ. ກ້າວເພື່ອອະນາຄົດທີ່ສີຂຽວກວ່າ. ລຸ້ນຮັບລາງວັນຈາກ ສະຫະພາບ ເອີຣົບ!
ເພື່ອສະເຫຼີມສະຫຼອງງານ ສັບປະດາສີຂຽວຂອງສະຫະພາບ ເອີຣົບ 2026, ພວກເຮົາຂໍເຊີນຊວນທຸກຄົນທີ່ຢູ່ທົ່ວທຸກພາກໃນລາວ ມາມັດເຊືອກເກີບ, ອອກກຳລັງກາຍ ແລະ ຮ່ວມພາລະກິດສະສົມກ້າວທີ່ຮັກໂລກໄປພ້ອມກັນ ເຊິ່ງເປັນກິດຈະກຳທີ່ມ່ວນຊື່ນ ແລະ ເຕັມໄປດ້ວຍພະລັງ ເພື່ອສົ່ງເສີມຊີວິດທີ່ມີສຸຂະພາບດີ, ພ້ອມທັງຊຸກຍູ້ການຮ່ວມມືກັນຕ້ານມົນລະພິດຈາກປລາສະຕິກ ແລະ ສົ່ງເສີມການສ້າງອະນາຄົດທີ່ສະອາດ, ສີຂຽວ ແລະ ຍືນຍົງກວ່າເກົ່າ.
ບໍ່ວ່າທ່ານຈະມັກການແລ່ນ ຫຼື ການຍ່າງ, ທ່ານກໍສາມາດເຂົ້າຮ່ວມໄດ້ຈາກທຸກບ່ອນໃນ ສປປ ລາວ. ມາອອກກຳລັງກາຍຕາມຈັງຫວະຂອງທ່ານເອງ, ໃນສະຖານທີ່ຂອງທ່ານ ແລະ ເຮັດໃຫ້ທຸກໆກິໂລແມັດມີຄວາມໝາຍ!
ໄລຍະເວລາກິດຈະກໍາ: 5–11 ຕຸລາ 2026
ສະຖານທີ່: ສະຖານທີ່ໃດກໍໄດ້ ໃນ ສປປ ລາວ
ກິດຈະກໍາ: ການແລ່ນ ຫຼື ການຍ່າງ
ການຕິດຕາມກິດຈະກໍາ: ຜ່ານແອັບພລິເຄຊັນ Strava
ຂັ້ນຕອນ ແລະ ເງື່ອນໄຂການເຂົ້າຮ່ວມ:
1. ແລ່ນ ຫຼື ຍ່າງ & ບັນທຶກກິດຈະກຳຂອງທ່ານ
- ກິດຈະກໍານີ້ເປີດກວ້າງໃຫ້ກັບທຸກໆຄົນໃນປະເທດ ລາວ.
- ຜູ້ເຂົ້າຮ່ວມສາມາດແລ່ນ ຫຼື ຍ່າງ ຢູ່ສະຖານທີ່ໃດກໍໄດ້ ໃນ ສປປ ລາວ ໃນລະຫວ່າງໄລຍະເວລາຂອງການຈັດກິດຈະກຳ, ເລີ່ມແຕ່ວັນທີ 5 ເຖິງ 11 ຕຸລາ 2026.
- ທຸກໆກິດຈະກຳຕ້ອງໄດ້ຮັບການບັນທຶກໂດຍໃຊ້ ແອັບພລິເຄຊັນ Strava.
- ແຕ່ລະກິດຈະກຳໃນ Strava ຕ້ອງສະແດງຊື່ຂອງຜູ້ເຂົ້າຮ່ວມ, ໄລຍະທາງ, ເວລາ ແລະ ວັນທີ ຢ່າງຊັດເຈນ.
- ຜູ້ເຂົ້າຮ່ວມສາມາດຮວບຮວມໄລຍະທາງທັງໝົດຂອງຕົນເອງໄດ້ຕະຫຼອດໄລຍະເວລາຈັດກິດຈະກຳ.
- ເພື່ອມີສິດລຸ້ນຮັບລາງວັນໄລຍະທາງ 30 ກິໂລແມັດ, ຜູ້ເຂົ້າຮ່ວມຈະຕ້ອງສະສົມໄລຍະທາງລວມຢ່າງໜ້ອຍ 30 ກິໂລແມັດ ໃນລະຫວ່າງວັນທີ 5 ເຖິງ 11 ຕຸລາ 2026.
2. ເຮັດໃຫ້ທຸກໆ ບາດກ້າວຂອງທ່ານມີຄວາມໝາຍ ເພື່ອສິ່ງແວດທີ່ດີໃນປະເທດ ລາວ.
ທຸກໆກິໂລແມັດ ຄືບາດກ້າວນ້ອຍໆ ໄປສູ່ຊີວິດທີ່ມີສຸຂະພາບດີຂຶ້ນ ແລະ ສິ່ງແວດລ້ອມທີ່ສະອາດກວ່າເກົ່າ.
ໃນຂະນະທີ່ທ່ານແລ່ນ ຫຼື ຍ່າງ, ພວກເຮົາຢາກຂໍຊວນເຊີນທ່ານລອງນຶກເຖິງທາງເລືອກໃນຊີວິດປະຈຳວັນຂອງພວກເຮົາ, ບໍ່ວ່າຈະເປັນການຫຼຸດຜ່ອນການໃຊ້ປລາສະຕິກທີ່ໃຊ້ຄັ້ງດຽວ, ການນຳສິ່ງຂອງກັບມາໃຊ້ຄືນໃໝ່ເທົ່າທີ່ເຮັດໄດ້ ແລະ ການຊ່ວຍກັນຮັກສາຄວາມສະອາດໃນຊຸມຊົນ ເພື່ອເປັນການຮ່ວມກັນສ້າງປະເທດ ລາວ ໃຫ້ມີຄວາມຍືນຍົງກວ່າເກົ່າ.
3. ແບ່ງປັນເສັ້ນທາງຂອງທ່ານ
ຕ້ອງແບ່ງປັນຂໍ້ຄວາມນີ້ບໍ?
ແບ່ງປັນປະສົບການກິດຈະກໍາ "ກ້າວທີ່ຮັກໂລກ" (Green Steps Challenge) ຂອງທ່ານລົງໃນ Facebook ແລະ ໃຊ້ ແຮັດແທັກ (Hashtag) ຂອງແຄມເປນ:
#GreenStepsChallenge #EUGreenDiplomacyWeek2026
ຜູ້ເຂົ້າຮ່ວມທີ່ແບ່ງປັນຄອນເທັນ ແລະ ໃຊ້ແຮັດແທັກຂອງແຄມເປນ ຈະມີສິດລຸ້ນຮັບລາງວັນ: ຊຸດອອກກຳລັງກາຍ/ຊຸດແລ່ນ ເພີ່ມອີກ 1 ລາງວັນ.
ດາວໂຫຼດ Strava:
ໃຊ້ Strava ເພື່ອບັນທຶກກິດຈະກໍາການແລ່ນ ຫຼື ການຍ່າງຂອງທ່ານ.
- ສໍາລັບ IOS: https://apps.apple.com/us/app/strava-run-bike-walk/id426826309
- ສໍາລັບ Play Store: https://play.google.com/store/apps/details?id=com.strava&pcampaignid=web_share
ເຂົ້າຮ່ວມກຸ່ມ STRAVA ຂອງພວກເຮົາ: https://strava.app.link/DSVsijx5V6b
ຂອງລາງວັນ:
ເລີ່ມອອກກຳລັງກາຍ ແລະ ທ່ານອາດຈະເປັນຜູ້ໂຊກດີໄດ້ຮັບລາງວັນພິເສດຈາກ ສັບປະດາສີຂຽວຂອງສະຫະພາບ ເອີຣົບ 2026!
- ລາງວັນທີ 1 — Fitbit
ສໍາລັບຜູ້ທີ່ມີໄລຍະກ້າວແລ່ນສະສົມສູງສຸດເປັນອັນດັບ 1 ໃນລະຫວ່າງໄລຍະເວລາຂອງແຄມເປນ.
- ລາງວັນທີ 2 — ຊຸດແລ່ນ + ຂອງລາງວັນຈາກສະຫະພາບ ເອີຣົບ
ສໍາລັບຜູ້ທີ່ມີໄລຍະກ້າວແລ່ນສະສົມສູງສຸດເປັນອັນດັບ 2 ໃນລະຫວ່າງໄລຍະເວລາຂອງແຄມເປນ.
- ຈົກສະຫຼາກ ເພື່ອລຸ້ນຮັບ Fitbit
ໂມງ Fitbit 1 ໜ່ວຍ ສໍາລັບຜູ້ໂຊກດີຈາກການຈັບສະຫຼາກ ໃນບັນດາຜູ້ເຂົ້າຮ່ວມທີ່ມີໄລຍະກ້າວແລ່ນສະສົມຢ່າງໜ້ອຍ 30 ກິໂລແມັດ ໃນລະຫວ່າງໄລຍະເວລາແຄມເປນ.
- ການຈົກສະຫຼາກ ເພື່ອລຸ້ນຮັບຊຸດແລ່ນ
ຊຸດແລ່ນ 1 ຊຸດ ສໍາລັບຜູ້ໂຊກດີຈາກການຈັບສະຫຼາກ ໃນບັນດາຜູ້ເຂົ້າຮ່ວມທີ່ໄດ້ແບ່ງປັນປະສົບການ Green Steps Challenge ຂອງຕົນເອງລົງໃນ Facebook ໂດຍໃຊ້ແຮັດແທັກຂອງແຄມເປນ.
- ລາງວັນພິເສດຈາກສະຫະພາບ ເອີຣົບ
ເພື່ອເປັນການຂອບໃຈເລັກນ້ອຍ, ຜູ້ທີ່ລົງທະບຽນ 100 ຄົນທໍາອິດ ຈະໄດ້ຮັບຂອງລາງວັນພະເສດຈາກທາງພວກເຮົາ.
ວິທີການນັບໄລຍະທາງ:
ໄລຍະທາງລວມທີ່ຖືກຕ້ອງຕາມເງື່ອນໄຂຂອງທ່ານ ຈະຖືກຄິດໄລ່ໂດຍອີງໃສ່ກິດຈະກຳແລ່ນ ແລະ ຍ່າງ ທີ່ໄດ້ບັນທຶກໄວ້ໃນ Strava ໃນລະຫວ່າງວັນທີ 5 ເຖິງ 11 ຕຸລາ 2026.
ຜູ້ເຂົ້າຮ່ວມສາມາດລວມໄລຍະທາງຂອງຕົນເອງໄດ້ຈາກຫຼາຍໆ ກິດຈະກຳໃນລະຫວ່າງໄລຍະເວລາແຄມເປນ. ສະເພາະກິດຈະກຳທີ່ເລືອກໄດ້ຕາມເງື່ອນໄຂ ແລະ ຖືກກວດສອບຢືນຢັນຜ່ານ Strava ໄດ້ເທົ່ານັ້ນທີ່ຈະຖືກນັບ.
ພ້ອມທີ່ຈະຮ່ວມກິດຈະກໍາແລ້ວບໍ?
ລົງທະບຽນໄດ້ແລ້ວດຽວນີ້: ແບບຟອມການລົງທະບຽນ
ເຂົ້າຮ່ວມກຸ່ມ STRAVA ຂອງພວກເຮົາ: https://strava.app.link/DSVsijx5V6b