ງານສັບປະດາສີຂຽວຂອງສະຫະພາບ ເອີຣົບ ປະຈຳປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສປປ ລາວ ເພື່ອສົ່ງເສີມການປະຕິບັດຕົວຈິງທີ່ນຳໄປສູ່ຊຸມຊົນທີ່ຍືນຍົງ ແລະ ປາສະຈາກປລາສະຕິກ

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 2 ຕຸລາ 2026 – ສະຫະພາບ ເອີຣົບ ໄດ້ເປີດໂຕ ງານສັບປະດາສີຂຽວ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປີດງານວາງສະແດງພາບຖ່າຍ ພາຍໃຕ້ຫົວຂໍ້ “ຊຸມຊົນທີ່ປາສະຈາກປລາສະຕິກແບບຍືນຍົງ ແລະ ການມີສ່ວນຮ່ວມຂອງທຸກຄົນ” ທີ່ຫ້າງຊັບພະສິນຄ້າ ພາກສັນ, ນະຄອນຫຼວງວຽງຈັນ. 

ງານວາງສະແດງນີ້ ແມ່ນໄດ້ເນັ້ນໃຫ້ເຫັນເຖິງການລິເລີ່ມ ແລະ ຄວາມພະຍາຍາມຂອງຊຸມຊົນທ້ອງຖິ່ນ ໃນການແກ້ໄຂບັນຫາມົນລະພິດຈາກຂີ້ເຫຍື້ອປລາສະຕິກ ພ້ອມທັງເປັນການສົ່ງເສີມວິຖີການໃຊ້ຊີວິດທີ່ຍືນຍົງທົ່ວປະເທດລາວ. 

ສັບປະດາສີຂຽວຂອງສະຫະພາບ ເອີຣົບ ແມ່ນກິດຈະກຳທີ່ຈັດຂຶ້ນທຸກປີ ທີ່ເຕົ້າໂຮມບັນດາຄູ່ຮ່ວມມື, ຊຸມຊົນ ແລະ ປະຊາຊົນ ເພື່ອສົ່ງເສີມການສົນທະນາແລກປ່ຽນ, ການຮ່ວມມື ແລະ ການປະຕິບັດຕົວຈິງ ທີ່ມີຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ສິ່ງແວດລ້ອມ. ກິດຈະກຳທີ່ຈະໄດ້ຈັດຂຶ້ນປີນີ້ໃນ ສປປ ລາວ ແມ່ນແນ່ໃສ່ບັນຫາອັນສຳຄັນ ແລະ ເລັ່ງດ່ວນ ທາງດ້ານມົນລະພິດຈາກຂີ້ເຫຍື້ອປລາສະຕິກ ແລະ ພ້ອມກັນນັ້ນກໍຍັງໄດ້ສະແດງໃຫ້ເຫັນເຖິງບົດບາດທີ່ມີຂອງແຕ່ລະຄົນ ແລະ ຊຸມຊົນທີ່ສາມາດຮ່ວມມືກັນໃນການສ້າງອະນາຄົດທີ່ສະອາດ ແລະ ຂຽວງາມ. 

ທ່ານເອກອັກຄະລັກຄະທູດຂອງສະຫະພາບ ເອີຣົບ ປະຈຳ ສປປ ລາວ, ທ່ານ ມາກ ກາລາເຮີ ໄດ້ກ່າວວ່າ: “ມົນລະພິດຈາກຂີ້ເຫຍື້ອປລາສະຕິກ ແມ່ນໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ຫຼວງທາງດ້ານສິ່ງແວດລ້ອມໃນຍຸກປັດຈຸບັນ. ມັນໄດ້ສົ່ງຜົນກະທົບຕໍ່ລະບົບນິເວດ, ສຸຂະພາບຂອງມະນຸດ ແລະ ຊີວິດການເປັນຢູ່ ເຊິ່ງຜົນກະທົບເຫຼົ່ານັ້ນສາມາດເຫັນ ແລະ ຮັບຮູ້ໄດ້ຢ່າງຈະແຈ້ງໃນທຸກຂົງເຂດຊຸມຊົນທົ່ວ ສປປ ລາວ. ຜ່ານການວາງສະແດງນີ້ ພວກເຮົາຢາກສ່ອງແສງ ແລະ ຍົກໃຫ້ເຫັນເຖິງຕົວຢ່າງທີ່ສ້າງແຮງບັນດານໃຈ ຂອງປະຊາຊົນທົ່ວປະເທດທີ່ກຳລັງລົງມືປະຕິບັດຕົວຈິງ, ຊອກຫາ, ຄິດຄົ້ນວິທີແກ້ໄຂທີ່ສ້າງສັນ ແລະ ພິສູດໃຫ້ເຫັນວ່າ ການປ່ຽນແປງ ແມ່ນສາມາດເກີດຂຶ້ນໄດ້.”

ງານວາງສະແດງນີ້ ແມ່ນຈະໄດ້ມີການຈັດວາງສະແດງ 30 ຜົນງານພາບຖ່າຍດີເດັ່ນ ທີ່ໄດ້ຜ່ານການຄັດເລືອກມາຈາກການປະກວດພາບຖ່າຍລະດັບປະເທດ ທີ່ຈັດຂຶ້ນພາຍໃຕ້ຫົວຂໍ້ “ຊຸມຊົນທີ່ປາສະຈາກປລາສະຕິກແບບຍືນຍົງ ແລະ ການມີສ່ວນຮ່ວມຂອງທຸກຄົນ”.  ບັນດາພາບຖ່າຍ ແມ່ນຍົກໃຫ້ເຫັນເຖິງຕົວຢ່າງຂອງໄວຫນຸ່ມ, ຊຸມຊົນ, ບໍລິສັດ ແລະ ຜູ້ຄົນ ທີ່ລົງມືປະຕິບັດໂຕຈິງໃນການຫລຸດຜ່ອນສິ່ງເສດເຫລືອຈາກປລາສະຕິກ, ການຮັກສາສະພາບແວດລ້ອມໃຫ້ສະອາດງາມຕາ ແລະ ສົ່ງເສີມວິຖີປະຕິບັດທີ່ຍືນຍົງ. ໃນການເປີດພິທີ, ບັນດາຊ່າງພາບ ແມ່ນຈະໄດ້ຮັບລາງວັນ ເພື່ອເປັນການຕອບແທນການມີສ່ວນຮ່ວມຂອງພວກເຂົາ. 

ສະຫະພາບ ເອີຣົບ ໄດ້ຍຶດຫມັ້ນໃນການສະໜັບສະໜູນການຫັນປ່ຽນໄປສູ່ເສດຖະກິດແບບໝູນວຽນ, ການຜະລິດ ແລະ ການບໍລິໂພກທີ່ຍືນຍົງ ທັ້ງໃນລະດັບໂລກ ແລະ ໃນປະເທດລາວ. ສະຫະພາບ ເອີຣົບ ໄດ້ສືບຕໍ່ໃນການສະໜັບສະໜູນ ການປະຕິບັດຕົວຈິງທາງດ້ານສິ່ງແວດລ້ອມ ແລະ ການຫັນປ່ຽນສູ່ເສດຖະກິດແບບໝູນວຽນໃນ ສປປ ລາວ ຜ່ານໂຄງການທີ່ໄດ້ລິເລີ່ມຕ່າງໆເຊັ່ນ: 

  • ໂຄງການ EMP-ACT  (Empowering to Act for Circular Transition in Plastics in Lao PDR), ທີ່ສະໜັບສະໜູນການຫຼຸດຜ່ອນການນໍາໃຊ້ປລາສະຕິກທີ່ໃຊ້ເທື່ອດຽວ.
  • ໂຄງການ Lasting Laos ທີ່ສະໜັບສະໜູນການບໍລິໂພກ ແລະ ການຜະລິດທີ່ຍືນຍົງ, ເສດຖະກິດແບບຫມຸນວຽນ ແລະ ການເຮັດວຽກທີ່ເປັນທຳໃນຂົງເຂດການທ່ອງທ່ຽວ.
  • SCP Lao (Sustainable Consumption and Production in Lao PDR), ທີ່ເຮັດວຽກຮ່ວມກັບບັນດາອົງການຈັດຕັ້ງສັງຄົມ, ສະມາຄົມຊາວໜຸ່ມ ແລະ ແມ່ຍິງ, ພ້ອມທັງອຳນາດການປົກຄອງທ້ອງຖິ່ນ ເພື່ອຜັນຂະຫຍາຍຫຼັກການເສດຖະກິດໝູນວຽນ ໄປສູ່ການປະຕິບັດຕົວຈິງ.

ເນື່ອງໃນໂອກາດສັບປະດາສີຂຽວຂອງສະຫະພາບ ເອີຣົບ, ຂໍເຊີນຊວນໃຫ້ຜູ້ເຂົ້າຊົມງານ ເຂົ້າຮ່ວມກິດຈະກຳທີ່ສົ່ງເສີມວິຖີການໃຊ້ຊີວິດທີ່ຍືນຍົງທີ່ຈະໄດ້ຈັດຂຶ້ນໃນງານບໍ່ວ່າຈະເປັນ ກິດຈະກຳການນຳເອົາສິ່ງເສດເຫລືອ ມາປະດິດນຳໃຊ້ໃໝ່ ແລະ ກິດຈະກຳວົງຈອນແຫ່ງການປ່ຽນແປງ “Circle of Change” ທີ່ເປັນກິດຈະກໍາສົ່ງເສີມການແລກປ່ຽນ ແລະ ການໝູນໃຊ້ສິ່ງຂອງທີ່ຖືກຮັກແລ້ວມານຳໃຊ້ຄືນໃໝ່. 

ສະຫະພາບ ເອີຣົບ ຂໍເຊີນຊວນປະຊາຊົນລາວທົ່ວປະເທດໃຫ້ເຂົ້າຮ່ວມກິດຈະກຳແລ່ນ “Green Steps Challenge”, ກິດຈະກໍາທີ່ສາມາດຍ່າງ ແລະ ແລ່ນ ໄດ້ທົ່ວທຸກບ່ອນຂອງປະເທດ ເພື່ອສົ່ງເສີມວິຖີການໃຊ້ຊີວິດທີ່ມີສຸຂະພາບທີ່ດີຂຶ້ນ ພ້ອມທັງສ້າງຄວາມຕື່ນຕົວໃນການຮ່ວມແຮງຮ່ວມໃຈຕ້ານ ແລະ ຫຼຸດຜ່ອນມົນລະພິດຈາກຂີ້ເຫຍື້ອປລາສະຕິກ.

ງານວາງສະແດງພາບຖ່າຍພາຍໃຕ້ຫົວຂໍ້ “ຊຸມຊົນທີ່ປາສະຈາກປລາສະຕິກແບບຍືນຍົງ ແລະ ການມີສ່ວນຮ່ວມຂອງທຸກຄົນ” ແມ່ນເປີດໃຫ້ເຂົ້າຊົມໄດ້ ທີ່ຫ້າງຊັບພະສິນຄ້າ ພາກສັນ, ຊັ້ນໃຕ້ດິນ ນັບຕັ້ງແຕ່ວັນທີ 2 ຫາ ວັນທີ 8 ເດືອນ ຕຸລາ ປີ 2026 ເປັນຕົ້ນໄປ.