press briefing on the recent developments concerning the Russian aggression against Ukraine on 29 April

[ENGLISH BELOW] 

 

ຮຽນບັນດາຜູ້ຕາງໜ້າຈາກ ສື່ມວນຊົນລາວ ແລະ ສື່ຕ່າງປະເທດ!

ເປັນເວລາຫຼາຍກວ່າສອງເດືອນແລ້ວ ທີ່ຣັດເຊຍໄດ້ເລີ່ມການຮຸກຮານທາງການທະຫານຕໍ່ປະເທດອູແກຣນ.

ໃນຂະນະທີ່ຂ້າພະເຈົ້າກຳລັງກ່າວຢູ່ໃນເວລານີ້, ການຕໍ່ສູ້ເພື່ອອູແກຣນຢູ່ທີ່ ດອນບາສ (Donbas) ກໍາລັງມີຄວາມຮຸນແຮງ, ແຜນຮຸກຮານເດີມຂອງຣັດເຊຍທີ່ມີເປົ້າໝາຍເພື່ອຢຶດຄອງເມືອງຄຽບ (Kyiv), ຄາຣ໌ຄິຟ (Kharkiv) ແລະ ໂອເດສຊາ (Odesa) ພ້ອມກັນ ແລະ ໂດຍມີເປົ້າໝາຍເພື່ອປ່ຽນແປງອຳນາດໃນອູແກຣນນັ້ນ, ແມ່ນບໍ່ສຳເລັດ. ຝ່າຍຣັດເຊຍໄດ້ຈັດກຸ່ມທະຫານໃຫຍ່ຄືນໃໝ່ ໄປຍັງພາກຕາເວັນອອກຂອງປະເທດອູແກຣນໂດຍມີເປົ້າໝາຍເພື່ອຢຶດຄອງດິນແດນທັງໝົດໃນເຂດໂດເນສຄ໌ (Donetsk) ແລະ ລູຮານຄ໌ (Luhansk) ແລະ ກໍ່ເພື່ອຮັກສາດິນແດນທີ່ແຫຼມໄຄຣເມຍ (Crimea) ທົ່ວເມືອງມາຣີອູພົນ (Mariupol), ຈົນເຖິງວັນທີ 9 ພຶດສະພາ (ເຖິງຈະມີຂ່າວກ່ອນໜ້ານີ້ວ່າ ບໍ່ມີເຫດການໃດໆເກີດຂຶ້ນໃນເຂດຂອງອູແກຣນ). ໃນຂະນະດຽວກັນ, ຣັດເຊຍຍັງຄົງສືບຕໍ່ຍິງຂີປະນາວຸດ ແລະ ລະເບີດໂຈມຕີໂຄງລ່າງພື້ນຖານທາງການທະຫານ ແລະ ພົນລະເຮືອນຂອງອູແກຣນ.

ຫຼັງຈາກທີ່ບໍ່ປະສົບຜົນສຳເລັດໃນການເຮັດໃຫ້ອູແກຣນຍອມຈຳນົນ ພາຍຫຼັງການ “ຮຸກຮານແບບສາຍຟ້າແມ້ບ ຫຼື ບລິທຊຄຣິກ (Blitzkrieg)”, ຣັດເຊຍ ເລີ່ມຫາຂໍ້ອ້າງຈອມປອມເພື່ອ “ຊີ້ແຈງ” ການຮຸກຮານຂອງຕົນ:

  • ເຖິງວ່າຈະມີການກ່າວຫາຈາກຣັດເຊຍ ແຕ່ອູແກຣນກໍ່ບໍ່ໄດ້ມີເຈຕະນາ ຫຼື ຂັ້ນຕອນໃດທີ່ມຸ່ງເປົ້າໝາຍໄປທີ່ການສ້າງອາວຸດນິວເຄລຍ ເຊິ່ງສິ່ງນີ້ໄດ້ຮັບການຢືນຢັນໂດຍຜູ້ອຳນວຍການດ້ານພະລັງງານປະລຳມະນູລະຫວ່າງປະເທດ (IAEA) ໃນວັນທີ 4 ມີນາ;
  • ເຈົ້າໜ້າທີ່ຣັດເຊຍຫຼາຍຄົນກ່າວຫາວ່າ ອູແກຣນມີອາວຸດຊີວະພາບ ຫຼື ອາວຸດເຄມີ ເຊິ່ງບໍ່ມີຢູ່ຈິງ. ສິ່ງເຫຼົ່ານີ້ຖືກເກັບກູ້ໂດຍ ຜູ້ຕາງໜ້າລະດັບສູງຂອງອົງການສະຫະປະຊາຊາດເພື່ອການຫຼຸດອາວຸດ (UN High Representative for Disarmament Affairs) ແລະ ບັນດາສະມາຊິກສະຫະປະຊາຊາດ ທີ່ກອງປະຊຸມ UN SC briefings ໃນວັນທີ 11 ແລະ 18 ມີນາ;
  • ຣັດເຊຍກ່າວອ້າງວ່າ ອູແກຣນຈຳເປັນຕ້ອງ “ປົດທະຫານ ຫຼື demilitarized” ເຊິ່ງບໍ່ສົມເຫດສົມຜົນຫຼາຍ ເມື່ອພິຈາລະນາຈາກຈຳນວນທະຫານ, ອາວຸດໜັກຕ່າງໆ ແລະ ບັນດາເຄື່ອງບິນທີ່ສົ່ງມາຮຸກຮານອູແກຣນ.
  • ຝ່າຍຣັດເຊຍໄດ້ເລີ່ມໂຈມຕີຈາກອະນາເຂດຂອງຕົນ, ເຊິ່ງເປົ້າໝາຍແມ່ນເພື່ອໂຍນຄວາມຜິດນີ້ໃຫ້ກັບອູແກຣນ ແລະ ຫາຂໍ້ອ້າງໃນການລະດົມຍິງພົນລະເຮືອນອູແກຣນທີ່ຢູ່ໃນເມືອງຕ່າງໆດ້ວຍຂີປະນາວຸດ.

ອູແກຣນໄດ້ໃຊ້ສິດໃນການປົກປ້ອງຕົນເອງ ໂດຍອີງຕາມກົດບັດສະຫະປະຊາຊາດ (UN Charter ) ມາດຕາທີ 51. ທີ່ວ່າ ພວກເຮົາສືບຕໍ່ຕໍ່ສູ້ ແລະ ພວກເຮົາຈະຄົງຢືນຢັດໄດ້.

ໃນຂະນະດຽວກັນ ອູແກຣນກໍ່ພະຍາຍາມເຮັດສຸດຄວາມສາມາດຂອງຕົນໃນການຢຸດຕິສົງຄາມຄັ້ງນີ້.  ແຕ່ຈາກຄວາມເປັນຈິງ, ຄວາມໂຫດຮ້າຍ ແລະ ອາດຊະຍາກຳສົງຄາມທີ່ເກີດຂຶ້ນໂດຍກອງກຳລັງທະຫານຣັດເຊຍໃນອູແກຣນນັ້ນ ແມ່ນຈຳກັດພື້ນທີ່ສຳລັບການເຈລະຈາ. ການຄາດຕະກຳເຈົ້າໜ້າທີ່ປ້ອງກັນຂອງອູແກຣນຢູ່ເມືອງມາຣິອູພົນ (Mariupol) ຫຼື ການລົງ ”ປະຊາມະຕິ - referendums” ປອມ ໃນຂົງເຂດທີ່ຖືກຢຶດນັ້ນ ອາດເຮັດໃຫ້ຂະບວນການເຈລະຈາສິ້ນສຸດລົງ.

ດັ່ງທີ່ໄດ້ກ່າວໄປແລ້ວວ່າ, ພວກເຮົາຕ້ອງການຫຼັກຄໍ້າປະກັນຖືກຕ້ອງຕາມຫຼັກການສາກົນ ເພື່ອຮັບປະກັນຄວາມສະຫງົບໃນໄລຍະຍາວ. ການຮັບປະກັນດັ່ງກ່າວແມ່ນສາມາດສະໜອງໂດຍສະມາຊິກ UN SC ແລະ ບັນດາປະເທດໃກ້ຄຽງ ຂອງອູແກຣນ, ເຊັນດຽວກັນກັບກົນໄກທີ່ເປັນເອກະພາບ ຂອງ ສົນທິສັນຍາອັດລັງຕິກເໜືອ (North Atlantic). ໃນປະຈຸບັນ ຂະບວນການເຈລະຈາແມ່ນຍັງດໍາເນີນຢ່າງຕໍ່ເນື່ອງ.

ເມື່ອຮູ້ແລ້ວວ່າຈະບໍ່ສາມາດເອົາຊະນະສົງຄາມໃນຄັ້ງນີ້ໄດ້, ລັດເຊຍ ມີເຈດຕະນາທໍາລາຍເສດຖະກິດຂອງອູແກຣນ. ນັບແຕ່ເລີ່ມສົງຄາມເປັນຕົ້ນມາ, ພາກສ່ວນທີ່ສຳຄັນຂອງການເຄື່ອນໄຫວທາງເສດຖະກິດໄດ້ຢຸດສະງັກ: ເກືອບ 50% ຂອງວິສາຫະກິດອູແກຣນແມ່ນໄດ້ເຮັດວຽກພຽງແຕ່ບາງສ່ວນເທົ່ານັ້ນ, ແລະ 9% ໄດ້ຢຸດສະງັກລົງ. ກອງທັບຣັດເຊຍໄດ້ສ້າງຄວາມເສຍຫາຍ ແລະ ທຳລາຍບັນດາຂົວ ແລະຖະໜົນຫົນທາງນຳອີກ. ໂຮງງານອຸດສາຫະກຳຫຼາຍແຫ່ງທີ່ຕັ້ງຢູ່ໃນພາກຕາເວັນອອກຂອງອູແກຣນ ກໍ່ໄດ້ໂຈະວຽກງານຂອງພວກເຂົາ. ຣັດເຊຍໄດ້ປິດລ້ອມທ່າກຳປັ່ນອູແກຣນຢູ່ທະເລດຳ ແລະ ຢູ່ທະເລ Azov ເຊິ່ງໄດ້ຂັດຂວາງການສົ່ງອອກຂອງອູແກຣນ.  ລັດຖະບານອູແກຣນຄາດຄະເນວ່າ ຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດອູແກຣນທັງໝົດທີ່ເກີດຈາກສົງຄາມຂອງຣັດເຊຍຈະຫຼາຍກວ່າ 1 ຕື້ ສະຫະລັດ ໃນຊຸມປີຕໍ່ໜ້າ.

ມາດຕະການຂວ້າມບາດທີ່ບໍ່ເຄີຍເກີດຂື້ນມາກ່ອນແມ່ນມີຄວາມສຳຄັນທີ່ສຸດ, ທີ່ເຮັດໃຫ້ເສດຖະກິດຣັດເຊຍແຕກແຍກ ແລະ ສ້າງຄວາມອ່ອນແອຢ່າງໜັກໜ່ວງຕໍ່ກັບຄວາມອາດສາມາດ ແລະ ເສດຖະກິດທາງດ້ານການເງິນ ຈາກການດຳເນີນການຮຸກຮານໃນເທື່ອນີ້.

ສົງຄາມຣັດເຊຍຕໍ່ກັບອູແກຣນ ແມ່ນເປັນໄພຂົ່ມຂູ່ຕໍ່ກັບຄວາມປອດໄພທາງດ້ານສະບຽງອາຫານໂລກ. ເລຂາທິການສະຫະປະຊາຊາດ ໄດ້ຢໍ້າວ່າ: “ສົງຄາມອາດຈະເຮັດໃຫ້ຫຼາຍກວ່າ 1/5 ຂອງມວນມະນຸດຕົກຢູ່ໃນຄວາມທຸກຍາກ, ການຂາດແຄນ ແລະ ໄພອຶດຫິວ ໃນລະດັບທີ່ບໍ່ເຄີຍເຫັນມາກ່ອນໃນທົດສະຫວັດທີ່ຜ່ານມາ.” ການປ້ອງກັນອູແກຣນກໍ່ຄືືການປົກປ້ອງໂລກຈາກຄວາມອົດຢາກ ແລະ ໄພອຶດຫິວ. 

ໃນມູມມອງຂອງສົງຄາມທີ່ກຳລັງດຳເນີນຢູ່, ແຕ່ຫນ້າເສຍດາຍ, ທີ່ບັນຫາດ້ານມະນຸດສະທໍາແມ່ນເພີ່ມຂຶ້ນໃນແຕ່ລະມື້. ສະຖານະການທີ່ຮ້າຍແຮງທີ່ສຸດກໍ່ຄືຢູ່ເມືອງ Mariupol ທີ່ໄດ້ຖືກທຳລາຍມາຮອດປະຈຸບັນປະມານ 95%. ຫຼາຍພັນຄົນຂອງພົນລະເຮືອນ ແມ່ນຍັງຢູ່ໃນວົງປິດລ້ວມ ໂດຍປາສະຈາກ ນໍ້າ, ເຄື່ອງເຮັດຄວາມຮ້ອນ, ໄຟຟ້າ, ການສື່ສານ, ລວມເຖິງການຢູ່ໃນໂຮງງານໂລຫະ  “Azovstal Metallurgical Plant.” ນີ້ສາມາດເອີ້ນໄດ້ວ່າເປັນການ “ຂ້າລ້າງເຜົ່າພັນ”. ພວກເຂົາຕ້ອງການການອົບພະຍົບທີ່ປອດໄພຢ່າງຮີບດ່ວນ ແລະ ກໍາລັງປະກອບອາວຸດຂອງຣັດເຊຍກໍ່ຮູ້ບັນຫານີ້ເປັນຢ່າງດີ.  ແຕ່ໃນທາງກົງກັນຂ້າມ ຣັດເຊຍປະຕິເສດທຸກໆຂໍ້ຮຽກຮ້ອງ ຈາກທາງເບື້ອງອູແກຣນ, ຜູ້ນຳໂລກ ແລະ ເຈົ້າຫນ້າທີ່ຂັ້ນສູງຂອງສະຫະປະຊາຊາດ ຕໍ່ກັບເລື່ອງແລວທາງການອົບພະຍົບຂອງພົນລະເຮືອນ. ຣັດເຊຍຍັງສືບຕໍ່ດຳເນີນການໂຈມຕີ ເມືອງ Azovstal ແລະ ທົ່ວຕົວເມືອງ ດ້ວຍລະເບີດທາງອາກາດ, ລູກສອນໄຟ ແລະ ປືນໃຫຍ່. ຣັດເຊຍຍັງໄດ້ ປິດກັ້ນ ຂະບວນການເຄື່ອນຍ້າຍທາງດ້ານສະບຽງອາຫານ, ຢາ ຈາກອູແກຣນ ຫລື ຈາກອົງການສາກົນ ເຂົ້າມາໃນເມືອງ.

ເບິ່ງຄືວ່າ ພວກເຮົາຄຸ້ນເຄີຍກັບວິທີການເຮັດສົງຄາມທີ່ຮຸນແຮງ ຂອງຣັດເຊຍແລ້ວ, ແຕ່ທຸກການລາຍງານຂ່າວຈາກ Mariupol ແລະ ສຳນັກຂ່າວອື່ນໆ ກໍ່ເຮັດໃຫ້ພວກເຮົາເຫັນວ່າ ຣັດເຊຍ ຍັງສາມາດເພີ່ມຄວາມຮຸນແຮງໄດ້ອີກ. 

ພວກເຂົາບໍ່ອະນຸຍາດ ໃຫ້ມີການຢຸດຕິເພື່ອມະນຸດສະທຳໃນສົງຄາມ ເຖິງແມ່ນວ່າຈະຢູ່ໃນຊ່ວງ ການສະເຫຼີມສະຫຼອງ ເທດສະການ orthodox Easter. 

ຈຳນວນພົນລະເຮືອນທີ່ເສຍຊີວິດ ຈາກການໂຈມຕີຂອງຣັດເຊຍ ຢູ່ເມືອງ Mariupol ຄາດວ່າຈະສູງເຖິງ 10,000 ຄົນ, ແລະ ຊະຕາກຳຂອງພົນລະເມືອງອີກເປັນຫມື່ນຄົນທີ່ຖືກເນລະເທດໄປຣັດເຊຍ ກໍ່ຍັງບໍ່ຮູ້ແນ່ນອນວ່າຈະເປັນແນວໃດ. ຜູ້ທີ່ເຂົ້າຢຶດຄອງຊາວຣັດເຊຍ ໃຊ້ເມມເຄື່ອນທີ່ ແລະ ຫຼຸມຝັງສົບ ຈຳນວນຫຼາຍເພື່ອທຳລາຍຫຼັກຖານ ຈາກການກໍ່ການຮ້າຍຂອງພວກເຂົາ. ແລວທາງແຫ່ງມະນຸດສະທຳ ສຳລັບພົນລະເຮືອນ ແລະ ທະຫານອູແກຣນທີ່ໄດ້ຮັບບາດເຈັບ ໃນເມືອງ Mariupol ແມ່ນມີຄວາມຈຳເປັນຢ່າງຮີບດ່ວນ. 

ໃນເມືອງຕ່າງໆ ຂອງຂົງເຂດ Kyiv (Bucha, Borodianka, Hostomel ແລະ ເມືອງອື່ນໆ), ຜູ້ເຂົ້າຢຶດຄອງຊາວຣັດເຊຍ ໄດ້ສັງຫານຜູ້ຄົນ ຈຳນວນ 1,084 ຄົນ ແລະ ສູງກວ່າ 75% ແມ່ນເຈດຕະນາສັງຫານດ້ວຍອາວຸດຂະໜາດນ້ອຍ.  ການສັງຫານໝູ່ທີ່ ກະທຳໂດຍທະຫານຣັດເຊຍ ໄດ້ສະແດງໃຫ້ເຫັນເຖິງ ຄວາມກຽດຊັງທີ່ມີຢ່າງແທ້ຈິງຕໍ່ ພົນລະເມືອງອູແກຣນ ແລະ ຍັງສະແດງເຖິງອາຊະຍາກຳສົງຄາມ. 

ຈາກຂໍ້ມູນລ່າສຸດຈາກ ສຳນັກງານສິດທິມະນຸດແຫ່ງສະຫະປະຊາຊາດ ໄດ້ບັນທຶກໄວ້ວ່າ ມີພົນລະເມືອງ ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈຳນວນ 5,840 ຄົນ ຢູ່ໃນອູແກຣນ, ໂດຍມີຜູ້ເສຍຊີວິດຈໍານວນ 2,729 ຄົນ ແລະ ໄດ້ຮັບບາດເຈັບຈຳນວນ 3,111 ຄົນ (ທ່ຽງຄືນວັນທີ 26 ເມສາ),  ຕົວເລກທີ່ແທ້ຈິງອາດຈະສູງກວ່ານີ້. 

ຂ້າພະເຈົ້າຂໍຮຽກຮ້ອງໃຫ້ ລັດຖະບານແຫ່ງ ສປປ ລາວ ສະໜັບສະໜູນຄວາມພະຍາຍາມຂອງ ປະຊາຄົມໂລກ ໃນການເປີດແລວທາງແຫ່ງມະນຸດສະທຳ ແລະ ຊ່ວຍຊີວິດຜູ້ບໍລິສຸດ ຂອງເມືອງ Mariupol ແລະ ເມືອງອື່ນໆທາງຕາເວັນອອກ ຂອງອູແກຣນ. 

ອາທິດນີ້ ແມ່ນວັນຄົບຮອບໄພພິບັດທາງນິວເຄລຍ Chornobyl ເຊິ່ງແມ່ນໄພພິບັດທາງເຕັກໂນໂລຊີທີ່ໂຫດຮ້າຍທີ່ສຸດຂອງ ສັດຕະວັດທີ 20. ການຮຸກຮານອູແກຣນຂອງຣັດເຊຍໃນທຸກມື້ນີ້ ເຮັດໃຫ້ໂລກມີຄວາມສ່ຽງທີ່ຈະເກີດໄພພິບັດທາງນິວເຄລຍອີກຄັ້ງ.

ຕັ້ງແຕ່ວັນທີ 24 ກຸມພາ ເຖິງ ວັນທີ 31 ມີນາ, ໂຮງງານໄຟຟ້ານິວເຄລຍ Chornobyl ແມ່ນໄດ້ຕົກຢູ່ພາຍໃຕ້ການຄວບຄຸມ ຂອງທະຫານຣັດເຊຍ. ເຄື່ອງມືຫ້ອງທົດລອງຈຳນວນຫລາຍ ແລະ ເອກະສານຕ່າງໆຖືກທໍາລາຍ ຫຼື  ຖືກລັກ. ທະຫານຣັດເຊຍ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ສາຍໄຟຟ້າ ເຖິງສອງຄັ້ງ ເຊິ່ງອາດນໍາໄປສູ່ການຮົ່ວໄຫຼຂອງກໍາມັນຕະພາບລັງສີ (ທີມງານສ້ອມແປງອູແກຣນ ກໍ່ໄດ້ສ້ອມແປງຄືນທັງສອງຄັ້ງ). ໃນໄລຍະການຍືດຄອງເຂດຍົກເວັ້ນ, ມີການບັນທຶກວ່າ ມີໄຟໄໝ້ຢູ່ສະຖານທີ່ທຳມະຊາດ ແລະ ເຂດໝູ່ບ້ານທີ່ຖືກປະຖິ້ມໄວ້ ເຊິ່ງສ້າງຜົນກະທົບຫຼາຍກວ່າ 10 ພັນເຮັກຕາ.

ໃນວັນທີ 4 ມີນາ, ທົ່ວທະວີບເອີຣົບ ຕົກຢູ່ໃນຄວາມສ່ຽງກັບໄພພິບັດນິວເຄລຍ, ເມື່ອທະຫານຣັດເຊຍ ໄດ້ເລີ່ມຍິງປືນໂຈມຕີໂຮງງານໄຟຟ້ານິວເຄລຍ Zaporizhzhia ເຊິ່ງແມ່ນໂຮງງານໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດໃນເອີຣົບ. ໂຮງງານດັ່ງກ່າວຍັງຕົກຢູ່ໃນການຢຶດຄອງຂອງທະຫານຣັດເຊຍ (ມີທະຫານຣັດເຊຍ 500 ຄົນ ແລະ ລົດທະຫານ 50 ຄັນ ເຝົ້າປະຈໍາການໃນປະຈຸບັນ). ພະນັກງານໂຮງງານໄຟຟ້ານິວເຄລຍ ຖືກບັງຄັບໃຫ້ເຊື່ອຟັງທຸກຄໍາສັ່ງທາງວິຊາການກ່ຽວກັບໂຮງງານ ຈາກຜູ້ບັງຄັບບັນຊາທະຫານຣັດເຊຍ ແລະ ພະນັກງານ “Rosatom”. ໃນວັນທີ 26 ເມສາ, ຂີປະນາວຸດ 2 ລູກຂອງຣັດເຊຍ ໄດ້ຍິງຂ້າມຜ່ານໂຮງງານ: ເປັນອີກການກະທໍາໜຶ່ງ ທີ່ຖືວ່າເປັນການກໍ່ການຮ້າຍດ້ານນິວເຄລຍ ຂອງຣັດເຊຍ.

ນີ້ແມ່ນໄພຂົ່ມຂູ່ດ້ານນິວເຄລຍ ຕໍ່ທະວີບເອີຣົບທັງໝົດ. ພວກເຮົາຈະບໍ່ຍອມໃຫ້ເຫດການໄພພິບັດ Chornobyl ເກີດຂື້ນຊໍ້າອີກ.

ບັນດາທ່ານສື່ມວນຊົນທີ່ຮັກແພງ!

ຄະນະສະເພາະກິດການສືບສວນຂອງອູແກຣນ ແລະ ປະຊາຄົມສາກົນ ເຊັ່ນ ນັກຄົ້ນຄວ້າຂອງອົງການປົກປ້ອງສິດທິມະນຸດ (Human Rights Watch) ໄດ້ບັນທຶກກ່ຽວກັບບັນດາອາຊະຍາກໍາສົງຄາມ ແລະ ບົ່ງຊີ້ບຸກຄົນທັງໝົດທີ່ມີສ່ວນກ່ຽວຂ້ອງ. ອີງຕາມປະທານປະເທດອູແກຣນ ທ່ານ Volodymyr Zelenskyy, ຈໍານວນອາຊະຍາກໍາສົງຄາມ ທີ່ກໍ່ໂດຍທະຫານຣັດເຊຍ ແມ່ນມີເກີນສິບພັນຄະດີ. ຣັດເຊຍ ຕ້ອງຖືກຮັບຮູ້ວ່າ ແມ່ນລັດທີ່ສົ່ງເສີມການກໍ່ການຮ້າຍ, ແລະ ທະຫານຣັດເຊຍຕ້ອງເປັນທີ່ຮັບຮູ້ວ່າແມ່ນອົງກອນກໍ່ການຮ້າຍ.

ພວກເຮົາຍິນດີຮັບເອົາທຸກບາດກ້າວທັງໝົດຈາກບັນດາສະຖາບັນສາກົນ ເພື່ອນໍາເອົາຣັດເຊຍເຂົ້າສູ່ຂະບວນການຍຸດຕິທໍາ ແລະ ທັງຄໍາຖະແຫຼງການ ຈາກປະມຸກລັດ ແລະ ລັດຖະບານທົ່ວໂລກ ເຖິງຄວາມຮັບຜິດຊອບຂອງຣັດເຊຍຕໍ່ອາຊະຍາກໍາສົງຄາມ.

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ກ່າວປະນາມການຮຸກຮານທາງການທະຫານຂອງຣັດເຊຍ ແລະ ເຂົ້າຮ່ວມການຂວ້າມບາດສາກົນ ຕໍ່ຣັດເຊຍ.

 ປະຊາຊົນອູແກຣນ ຫວັງວ່າ ປະຊາຊົນລາວຈະສະໜັບສະໜູນປະເທດອູແກຣນ, ໃຫ້ການຊ່ວຍເຫຼືອທາງມະນຸດສະທໍາ ແລະ ສືບຕໍ່ປະກອບສ່ວນເພື່ອສັນຕິພາບ.

ຈົ່ງຢືນຄຽງຂ້າງປະເທດອູແກຣນ!

-- 

Dear representatives of Lao and foreign mass media!

It is more than two months already when russia began its military aggression against Ukraine.

As I am talking now, the battle for Ukrainian Donbas is unfolding. Russia’s original invasion plan directed at simultaneous seizure of Kyiv, Kharkiv and Odesa, with the aim to change power in Ukraine, has failed. The russian side has regrouped the major part of its troops to eastern Ukraine with the aim to occupy the entire territory of the Donetsk and Luhansk regions, and to secure the land corridor to Crimea across the city of Mariupol, preferably until 9th of May (despite earlier statements that it had no territorial ambitions in Ukraine). In the meantime, russia continues launching missile and bomb strikes on military and civilian infrastructure throughout Ukraine.

Having failed to make Ukraine surrender after a “Blitzkrieg”, russia started searching for fake pretexts to “justify” its war of aggression:

  • despite russia's false allegations, Ukraine has neither intention, nor steps taken aimed at creation of nuclear weapon. This was confirmed by IAEA Director General on 4 March;
  • various russian officials falsely accuse Ukraine of non-existent biological or chemical weapons. This was dismantled by the UN High Representative for Disarmament Affairs as well as UN Member States at the UN SC briefings on 11 and 18 March;
  • Russia’s claims that Ukraine needs to be “demilitarized” sound even more absurd, looking at the numbers of troops, heavy weapons and aircrafts sent by it to invade Ukraine;
  • the russian side began staging attacks on its own territory, with the aim to blame Ukraine and create pretext for shelling civilian objects in Ukrainian cities with missiles.

Ukraine has activated its right for self-defense according to the UN Charter Article 51. We continue to fight and we will stand.

At the same time Ukraine is trying to do its best to stop the war. But, to be honest, atrocities and war crimes committed by the russian troops in Ukraine limit the space for negotiations. The possible murder of Ukrainian defenders in Mariupol or organizing fake “referendums” in the occupied territories may put an end to the negotiation process.

As it was told already, we need international legally binding long-term guarantees of security. Such guarantees can be provided by the UN SC Member States and Ukraine’s neighbors, like the mechanism envisaged by the North Atlantic Treaty. The negotiation process is going on for the moment.

 

Being aware that it will not be able to win this war, russia deliberately destroys Ukraine’s economy. Since the start of war, a major part of economic activity has stalled: nearly 50% of Ukraine’s enterprises work only partially, and 9% have stopped their activity. The russian troops damage and destroy bridges and roads. Many industrial plants located primarily in eastern Ukraine suspended their work. russia’s blockade of Ukrainian ports in the Black Sea and the Sea of Azov disrupts Ukraine’s export. The Ukrainian Government estimates that overall infrastructure and economic losses in Ukraine caused by russia’s war, will exceed 1 trillion USD in the years to come.

The unprecedented sanctions are of particular importance, isolating russia's economy and severely undermining its economic and financial capacities to continue aggression.

The russian war against Ukraine is a threat to global food security. As stressed by the UN Secretary General, the war “could throw more than 1/5 of humanity into poverty, destitution and hunger on a scale not seen in decades”. Defending Ukraine also protects the world from hunger and famine.

In view of the ongoing war, unfortunately, humanitarian problems increase every day. The worst situation remains in the city of Mariupol, destroyed now for 95%. Thousands of civilians remain in blockade without water, heat, electricity, and communications, including in the Azovstal Metallurgical Plant. It could be referred to as “genocide”. They need immediate safe evacuation and the russian forces are well aware of this. Instead, the russians deny all requests from the Ukrainian side, world leaders and the UN high officials for evacuation corridors for civilians. The russians continue to shell Azovstal and the entire city with aerial bombs, rockets and heavy artillery. The russians have also blocked humanitarian convoys with food and medicine from Ukraine or international organizations to the city.

Every time it seems that we have already got accustomed to the ignoble methods of russian warfare. And every new piece of news from Mariupol and dozens of other hotspots proves that russians are still able to hit new lows.

They didn’t allow humanitarian pause in war even during orthodox Easter.

The number of civilians who lost their lives due to russian attacks in Mariupol is estimated to reach 10,000. The fate of dozens of thousands of them who were forcibly deported to russia, remains unknown. The russian occupiers use mobile crematoria and mass graves to destroy evidence of their crimes. Humanitarian corridor for civilians and wounded Ukrainian servicemen in Mariupol are urgently needed.

In the towns of Kyiv region (Bucha, Borodianka, Hostomel and others), the russian occupiers killed 1084 people, up to 75% of them by small arms, that is deliberately, on purpose. The massacre committed by the russian military demonstrates real hatred towards Ukrainians and represents war crimes.

According to recent data, the UN Human Rights Office recorded 5,840 confirmed civilian casualties in Ukraine: 2,729 killed and 3,111 injured (as of midnight 26th of April). The real figures may be considerably higher.

I call upon the Government of Lao PDR to support the efforts of international community to open humanitarian corridors and save the innocent civilians of Mariupol and other eastern cities and towns.

This week we had the anniversary of the Chornobyl nuclear disaster, that is the most horrifying technology catastrophe of the 20th century. Today's russia's invasion of Ukraine put the world at risk of nuclear disaster again.

From 24 February to 31 March, the Chornobyl Nuclear Power Plant was under control of the russian troops. A lot of laboratory equipment and archives were destroyed or stolen. The russian military have twice damaged the power line, which could lead to the leak of radiation (both times, the Ukrainian repair teams restored it). During the occupation of the exclusion zone, fires were recorded in natural complexes and abandoned villages affecting the area of more than 10 thousand hectares.

On 4 March, the entire Europe was put on the brink of nuclear disaster, when the russian troops began shelling the largest in Europe Zaporizhzhia Nuclear Power Plant. It remains seized by russian military (up to 500 military personnel and 50 military vehicles are stationed now). The Power Plant staff is forced to align all technical decisions regarding the station with the russian military commander and “Rosatom” employees. On 26 April, two russian cruise missiles flew over the Plant: another act of nuclear terrorism by russia.

This is a nuclear threat to the entire European continent. We cannot allow the Chornobyl disaster to repeat.

Dear journalists!

Ukraine’s investigative task forces and international community like Human Rights Watch researchers work on recording war crimes and identifying all those involved. According to President of Ukraine Volodymyr Zelenskyy, the number of war crimes committed by the russian soldiers has already reached tens of thousands. Russia must be recognized as a state - sponsor of terrorism, and the russian armed forces must be recognized as a terrorist organization.

We welcome all steps made by the international institutions to bring russia to justice, as well as statements made by the heads of state and government throughout the world, on russia’s responsibility for war crimes.

We call upon the Government of Lao PDR to condemn Russia’s military aggression and join the international sanctions on russia.

 Ukrainian people would expect from the People of Laos to support Ukraine, provide humanitarian aid, continue donations for peace.  

STAND WITH UKRAINE!