ສົງຄາມຂອງຣັດເຊຍຕໍ່ການຄ້າຂອງອູແກຣນ ແມ່ນສົງຄາມຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານໂລກ

ປະຊາຄົມໂລກຕ້ອງສືບຕໍ່ກົດດັນໃຫ້ຣັດເຊຍຢຸດຍິງ ແລະ ຫັນມາເຈລະຈາເພື່ອສັນຕິພາບ.

ຣັດເຊຍກຳລັງທຳລາຍຄວາມສາມາດຂອງອູແກຣນ ໃນການສະໜອງອາຫານໃຫ້ແກ່ໂລກຢ່າງເປັນລະບົບ. ການທີ່ຣັດເຊຍມຸ່ງໂຈມຕີໃສ່ທ່າເຮືອ, ເສັ້ນທາງເດີນເຮືອ ແລະ ພື້ນຖານໂຄງລ່າງດ້ານກະສິກຳນັ້ນ ບໍ່ພຽງແຕ່ເປັນການກໍ່ສົງຄາມຕໍ່ອູແກຣນເທົ່ານັ້ນ ແຕ່ຍັງເປັນການນຳເອົາຄວາມອຶດຫິວມາໃຊ້ເປັນອາວຸດຕໍ່ປະຊາຊົນຫຼາຍລ້ານຄົນໃນອາຟຣິກາ, ອາຊີ ແລະ ຕາເວັນອອກກາງອີກດ້ວຍ. ໃນຂະນະທີ່ປະຊາກອນໂລກເຖິງ 7.8% ກຳລັງປະເຊີນກັບຄວາມອຶດຫິວຢູ່ແລ້ວ, ການໂຈມຕີເສັ້ນທາງການຄ້ານີ້ ຈຶ່ງສ່ຽງທີ່ຈະເຮັດໃຫ້ພາກພື້ນທີ່ມີຄວາມສ່ຽງຕ້ອງປະເຊີນກັບພາວະອຶດຫິວຢ່າງຮ້າຍແຮງເຖິງຂັ້ນວິກິດໄດ້.

ກ່ອນການຮຸກຮານຢ່າງເຕັມຮູບແບບຂອງຣັດເຊຍ, ອູແກຣນເປັນຜູ້ສະໜອງສາລີ 15%, ເຂົ້າສາລີ 10% ແລະ ນ້ຳມັນດອກຕາເວັນ 50% ຂອງປະລິມານທີ່ມີການຊື້ຊຂາຍໃນທົ່ວໂລກ. ໃນປັດຈຸບັນ, ເມື່ອອູແກຣນກ້າວເຂົ້າສູ່ລະດູການເກັບກ່ຽວ, ການໂຈມຕີຂອງຣັດເຊຍໄດ້ສົ່ງຜົນໃຫ້ປະລິມານການສົ່ງອອກຂອງທັນຍາພືດຫຼຸດລົງເຫຼືອພຽງເຄິ່ງໜຶ່ງເມື່ອທຽບໃສ່ປີທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ລາຄາອາຫານທົ່ວໂລກເພີ່ມສູງຂຶ້ນ. ພາຍໃນເດືອນ ຕຸລາ, ອູແກຣນອາດຈະປະສົບກັບບັນຫາຂາດແຄນພື້ນທີ່ຈັດເກັບຮັກສາຜົນຜະລິດ, ເຮັດໃຫ້ທັນຍາພືດຫຼາຍກວ່າ 9 ລ້ານໂຕນ ຕ້ອງເນົ່າເປື່ອຍເສຍຫາຍ ໃນຂະນະທີ່ຊາວກະສິກອນຂາດແຄນທຶນຮອນສຳລັບການປູກພືດໃນລະດູການຖັດໄປ. ຫາກຜົນຜະລິດໃນລະດູການນີ້ຕ້ອງສູນເສຍໄປ, ຜົນກະທົບຕໍ່ເນື່ອງຈະສົ່ງຜົນກະທົບຕໍ່ການສະໜອງອາຫານໄປຈົນເຖິງປີ 2027.

ຜົນກະທົບທີ່ເກີດຂຶ້ນນັ້ນຂະຫຍາຍວົງກວ້າງອອກໄປໄກກວ່າພື້ນທີ່ຂອງອູແກຣນເທົ່ານັ້ນ. ການຂັດຂ້ອງໃນຕະຫຼາດການຄ້າ, ພະລັງງານ ແລະ ປຸ໋ຍ ເຊິ່ງຍິ່ງຮ້າຍແຮງຂຶ້ນຍ້ອນວິກິດການຕ່າງໆ ເຊັ່ນ: ຄວາມຂັດແຍ່ງໃນຕາເວັນອອກກາງ — ກໍາລັງຜັກດັນເສດຖະກິດທີ່ບອບບາງໄປສູ່ຈດວິກິດ. ປະຊາຊົນຫຼາຍລ້ານຄົນທີ່ຍາກຈົນ ຈະຕ້ອງປະເຊີນກັບລາຄາອາຫານທີ່ພຸ່ງສູງຂຶ້ນ ແລະ ພາວະຂາດແຄນອາຫານ.

A burned out grain ship dockside in Ukraine.

ນີ້ບໍ່ແມ່ນເລື່ອງບັງເອີນ. ຣັດເຊຍໄດ້ໃຊ້ເລື່ອງອາຫານເປັນອາວຸດມາຫຼາຍຄັ້ງແລ້ວ, ນັບແຕ່ການປິດລ້ອມທ່າເຮືອໃນທະເລດຳ ໄປຈົນເຖິງການໂຈມຕີທາງອາກາດໃສ່ລະບົບການຂົນສົ່ງພາຍໃນປະເທດ. ສະເພາະທະເລດຳແຫ່ງດຽວ ກໍເປັນເສັ້ນທາງຫຼັກໃນການສົ່ງອອກຜົນຜະລິດກະສິກຳເຖິງ 90% ຂອງອູແກຣນ ແລະ ຫາກປາສະຈາກເສັ້ນທາງທີ່ປອດໄພ, ກຸ່ມຄົນທີ່ດ້ອຍໂອກາດ ແລະ ປຽບທຽບໄດ້ວ່າບອບບາງທີ່ສຸດໃນໂລກ ກໍຈະຕ້ອງເປັນຜູ້ຮັບຜົນກະທົບຈາກສະຖານະການນີ້.

ເຖິງແມ່ນວ່າ "ເສັ້ນທາງແຫ່ງຄວາມສາມັກຄີ" (Solidarity Lanes) ຂອງສະຫະພາບ ເອີຣົບ ຈະເປັນທາງເລືອກໃນການຂົນສົ່ງທີ່ສຳຄັນຢ່າງຍິ່ງ, ແຕ່ອູແກຣນຍັງຕ້ອງການຊ່ອງທາງການເຂົ້າເຖິງທ່າເຮືອໃນທະເລດຳທີ່ປອດໄພ ແລະ ເຊື່ອຖືໄດ້. ໃນປັດຈຸບັນ, ສະຫະພາບ ເອີຣົບ ກໍາລັງສຸມໃສ່ການເພີ່ມສະຖານທີ່ເກັບຮັກສາທັນຍາພືດ, ການພັດທະນາແນວທາງແກ້ໄຂບັນຫາດ້ານການເງິນສຳລັບຊາວກະສິກອນອູແກຣນ ແລະ ການປະສານງານດ້ານການຂົນສົ່ງຂ້າມຊາຍແດນ ເພື່ອເພີ່ມ "ເສັ້ນທາງແຫ່ງຄວາມສາມັກຄີ" ໃຫ້ມີປະສິດທິພາບສູງສຸດເທົ່າທີ່ຈະເປັນໄປໄດ້. ເຖິງຢ່າງໃດກໍຕາມ, ມາດຕະການເຫຼົ່ານີ້ເປັນພຽງການບັນເທົາຜົນກະທົບເທົ່ານັ້ນ ແລະ ບໍ່ສາມາດທົດແທນການເດີນເຮືອຢ່າງປອດໄພໃນທະເລດຳໄດ້.

ມີພຽງການຢຸດຍິງ ແລະ ການເດີນເຮືອໃນທະເລດຳທີ່ປອດໄພເທົ່ານັ້ນ ທີ່ຈະສາມາດຊ່ວຍປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມໄດ້.

ອູແກຣນ ໄດ້ສະເໜີແນວທາງສູ່ສັນຕິພາບທີ່ຍຸຕິທຳ ແລະ ຍືນຍົງມາໂດຍຕະຫຼອດ ໂດຍເລີ່ມຕົ້ນຈາກການຢຸດຍິງຢ່າງເຕັມຮູບແບບ; ແຕ່ຣັດເຊຍ ໄດ້ປະຕິເສດ ແລະ ເລືອກທີ່ຈະເພີ່ມທະວີການໂຈມຕີແທນ. ການເຂົ້າເຖິງແຫຼ່ງອາຫານ ຈະຕ້ອງບໍ່ຖືກນຳມາໃຊ້ເປັນອາວຸດຢ່າງເດັດຂາດ.

ປະຊາຄົມໂລກຕ້ອງຮຽກຮ້ອງໃຫ້ມີ:

  1. ການຢຸດຕິການໂຈມຕີຕໍ່ໂຄງລ່າງພື້ນຖານດ້ານທັນຍາພືດ, ທ່າເຮືອ ແລະ ການຂົນສົ່ງທາງທະເລໃນທັນທີ.

  2. ມີການເປີດເສັ້ນທາງທີ່ປອດໄພສຳລັບເຮືອຂົນສົ່ງສິນຄ້າ ເພື່ອຟື້ນຟູການຄ້າໃນເຂດທະເລດຳ.

  3. ມີການຢຸດຍິງຢ່າງເຕັມຮູບແບບ ແລະ ບໍ່ມີເງື່ອນໄຂ ເພື່ອນຳໄປສູ່ສັນຕິພາບທີ່ຍຸຕິທຳ ແລະ ຍືນຍົງ.

ການຢຸດຍິງທີ່ນຳໄປສູ່ສັນຕິພາບເປັນສິ່ງທີ່ຈຳເປັນເພື່ອຢຸດຕິຄວາມທຸກທໍລະມານຂອງປະຊາຊົນອູແກຣນ ທີ່ຕ້ອງປະເຊີນໃນແຕ່ລະວັນ ແລະ ຍັງເປັນຜົນດີຕໍ່ທຸກຄົນທີ່ຕ້ອງເພິ່ງພາລະບົບສະບຽງອາຫານໂລກທີ່ມີສະຖຽນລະພາບ, ເປີດກວ້າງ ແລະ ສາມາດຄາດຄະເນໄດ້. ຖ້າຫາກຣັດເຊຍຢຸດຕິສົງຄາມ ແລະ ຢຸດການຂ້າຟັນ, ຜູ້ຄົນທົ່ວໂລກກໍຈະໄດ້ຮັບຜົນປະໂຫຍດ ໂດຍສະເພາະຢ່າງຍິ່ງໃນດ້ານຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ດີຂຶ້ນ. ຂໍໃຫ້ພວກເຮົາຮ່ວມກັນຊ່ວຍສ້າງສັນຕິພາບໃນອູແກຣນໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາ ດ້ວຍການເພີ່ມແຮງກົດດັນຕໍ່ຣັດເຊຍໃຫ້ເຫັນມາເຈລະຈາ ແລະ ຢຸດຕິສົງຄາມດັ່ງກ່າວ.

ЄС ສະຫະພາບ ເອີຣົບ ຍັງຄົງຢືນຢັດຢ່າງໜັກແໜ້ນໃນການສະໜັບສະໜູນອູແກຣນ. ກົດຕິດຕາມທີ່ລິ້ງຕໍ່ໄປນີ້ ເພື່ອຮຽນຮູ້ວ່າພວກເຮົາໄດ້ໃຫ້ການສະໜັບສະໜູນແນວໃດ, ພວກເຮົາຢືນຢູ່ຄຽງຂ້າງອູແກຣນ.

Worker sweeps up after missiles destroy grain containers.